ການແຂ່ງຂັນໂຕ້ວາທີແບບລວມໝູ່ Team Debate ປະຈຳປີ 2021 ຂອງສາຂາ ການເງິນ-ການບັນຊີ ແລະ ບໍລິຫານທຸລະກິດ ໃນຫົວຂໍ້ “ຍຸກ ໂຄວິດ-19”

ໃນວັນສຸກ ທີ 19 ມີນາ 2021 ເວລາ 9:00ໂມງເຊົ້າ ທີ່ຫ້ອງ Top Hall ຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ມີການຈັດຕັ້ງການໂຕ້ວາທີ ປະຈຳປີ 2021 ຂຶ້ນ ໃນຫົວຂໍ້ “ຍຸກ ໂຄວິດ-19” ເຊິ່ງຈັດໂດຍ ສາຂາ ການເງິນ-ການບັນຊີ ແລະ ສາຂາບໍລິຫານທຸລະກິດ.

ຈຸດປະສົງຂອງການໂຕ້ວາທີໃນຄັ້ງນີ້ແມ່ນ ເພື່ອໃຫ້ນັກສຶກສາໄດ້ມີຄວາມສາມາດໃນການສະແດງອອກ ດ້ານວາທະສິນ, ຄວາມສາມັກຄີພາຍໃນ ແລະ ຍົກສູງຄວາມຮູ້ຄວາມສາມາດໃນການຄົ້ນຄວ້າຂໍ້ມູນ.

ທ່ານ ອາຈານ ລຳໄພ ຂຸນດາວົງ ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ໃຫ້ກຽດເຂົ້າຮ່ວມກ່າວເປີດພິທີ ແລະ ສະແດງຄຳຄິດເຫັນຕໍ່ການໂຕ້ວາທີຄັ້ງນີ້.

ງານດັ່ງກ່າວແມ່ນຈັດຂຶ້ນສະເພາະສາຂາ ການເງິນ-ການບັນຊີ ແລະ ສາຂາ ບໍລິຫານທຸລະກິດ ໂດຍແມ່ນ ທ່ານອາຈານ ຄຳຫວຽງ ຈັນທະກູນ ຫົວໜ້າສາຂາວິຊາ ເປັນປະທານກຳມະການ ນອກນັ້ນຍັງມີກຳມະການອີກສອງທ່ານຄື ທ່ານອາຈານ ອະໂນມາ ປຣະພັນຈິດ ແລະ ທ່ານອາຈານ ຄຳຕັນ ສະຫຼຽນຄຳ.

ຍັດຕິໃນການໂຕ້ວາທີຄັ້ງນີ້ມີ 2 ຍັດຕິຄື “ພໍ່ຄ້າ ກັບ ນັກທຸລະກິດ” ແລະ “ຊົນນະບົດ ແລະ ໂຕເມືອງ”

  • ຜູ້ຊະນະເລີດແມ່ນນັກສຶກສາຈາກຫ້ອງ ປີ 2 ພາກເຊົ້າ ຮັບທຶນການສຶກສາ 300.000 ກີບ
    ທ້າວ ສອນໄຊ ແກ້ວມະນີ
    ນາງ ເກສອນ ສຸລິວົງ
    ນາງ ກັນນາລີ ລໍ່ທອງຫຼ້າ
  • ຮອງຊະນະເລີດອັນດັບ 1 ແມ່ນ ປີ 2 ພາກຄໍ່າ ຮັບທຶນການສຶກສາ 200.000​ກີບ
    ທ້າວ ອານຸກອນ ວັນນະສີ
    ທ້າວ ປະເທດ ວ່າງ
    ທ້າວ ຕິກ ແກ້ວມາລາຄຳ
  • ຮອງຊະນະເລີດອັນດັບ 2 ແມ່ນ ປີ 1 ພາກຄໍ່າ ຮັບລາງວັນຊົມເຊີຍ
    ນາງ ສຸພາພອນ ພະທິລາດ
    ນາງ ແສງພະຈັນ ບົວຄຳວົງສາ
    ນາງ ເພັດມະນີ ໄຊຍະວົງສາ
  • ຮອງຊະນະເລີດອັນດັບ 3 ແມ່ນ ປີ 1 ພາກເຊົ້າ ຮັບລາງວັນຊົມເຊີຍ
    ທ້າວ ສັນທອງ ພົນມີໄຊ
    ນາງ ປານັດດາ ສະໄຫວວົງທອງ
    ນາງ ສຸດາວັນ ດວງຄຳໄພ
ທີມຊະນະເລີດ ປີ 2 ພາກເຊົ້າ
ໂຕ້ວາທີປະຈຳປີ 2021 ໃນຫົວຂໍ້ "ຍຸກ ໂຄວິດ-19"
ທີ່ ວິທະຍາໄລ ລາວ-ທ໊ອບ
ຮອງຊະນະເລີດອັນດັບ 1: ປີ 2 ພາກຄໍ່າ
ຮອງຊະນະເລີດອັນດັບ 2 ປີ 1 ພາກຄໍ່າ
ຮອງຊະນະເລີດອັນດັບ 3 ປີ 1 ພາກເຊົ້າ

Leave a Reply

Your email address will not be published. Required fields are marked *