ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ຫ້າ​ຫຼັກມູນ​ຂອງ​ການ​ສຶກສາກໍ​ຄື​ແຮງ​ງານ​ສຶກສາ ທີ​່ຂັ້ນ​ເທິງ​ໄດ້​ວາງ​ອອກ ຮັກສາ​ຄວາມ​ສະອາດ​ພາ​ຍ​ໃນຂົງ​ເຂດ ປຸກລະດົມ​ໃຫ້​ປະຊາຊົນ​ໃນ​ຂົງ​ເຂດ​ບໍ່​ຖິ້ມຂີ້​ເຫຍື້ອ​ຊະຊາຍ ​ເສີມ​ສ້າງ​ຄວາມ​ສາມັກຄີ​ລະ​ວ່າງ​ຄູອາຈານ ​ແລະ ນັກ​ສຶກສາ​ ​ເຊິ່ງ​ໃນ​ວັນ​ເສົາ ​ທີ 26/1/2013 ​ເວລາ 6:30 ​ເຊົ້າທີ່​ຜ່ານ​ມາ​ນັ້ນ ທາງ​ວິທະຍາ​ໄລ ລາວ-ທ໊ອບ​ ​ເຊິ່ງລວມມີ​ຄູ​ອາຈານ ​ແລະ ນັກ​ສຶກສາ​ຈຳນວນ 50 ກວ່າ​ຄົນ​ໄດ້​ພາກັນ​ອອກ​ແຮງ​ງານ​ອານາ​ໄມ​ຂົງ​ເຂດ​ວິທະ​ຍາ​ໄລ ​ແລະ ອ້ອມ​ແອ້ມ​ບ້ານ​ໂພນ​ປ່າ​ເປົ້າ ​ໂດຍ​ເລີ່​ມຈາກ​ວິທະຍາ​ໄລ ​​ຍ່າງ​ອ້ອມ​ບ້ານ​ໂພນ​ປ່າ​ເປົ້າ ​ແລ້ວ​ອ້ຽວ​ກັບ​ມາ​ຫາ​ວິທະຍາ​ໄລ​ອີກ​ຄັ້ງ

 

  ອາຈານ​ ລຳ​ໄພ ຂຸນດາ​ວົງ ຮອງ​ອຳນວຍ​ການ​ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ກ່າວ​ວ່າ: ​ໃນ​ເມື່ອ​ກ່ອນ​ໄດ້​ມີ​ການ​ອອກ​ແຮງ​ງານ​ໃນ​ທຸກໆວັນ​ເສົາ ​ເຊິ່ງ​ເອີ້ນ​ວ່າ​ວັນ​ເສົາ​ແດງ​ເພື່ອ​ເປັນ​ການ​ສຶບຕໍ່​ວັນ​ເສົາ​ແດງ ທາງ​ພວກ​ເຮົາ​ຈ​ຶ່ງ​ໄດ້​ປຸກລະດົມ​ນັກຮຽນ​ນັກ​ສຶກສາມາ​ອອກ​ແຮງ​ງານ​ພາ​ຍ​ໃນ​ບ້ານ​ໂພນ​ປ່າ​ເປົ້າ​ໃຫ້​ສະອາດ ບັນດາ​ນັກ​ສຶກສາ​ກໍ​ມີ​ຄວາມ​ພ້ອມພຽງ​ຮຽງໜ້າກັນ ມີ​ຄວາມ​ສາມັກ​ຄື ການ​ອອກ​ແຮງ​ງານ​ວັນ​ເສົາ​ນີ້​ເປັນ​ເທື່ອ​ທຳ​ອິດ​ຂອງ​ວິທະຍາ​ໄລ ​​ເຊິ່ງ​ເປັນ​ການ​ຢັ້ງຢືນ​ວ່າ​ຂະ​ບວນການ​ອອກ​ແຮງ​ງານຂອງ​ວິທະຍາ​ໄລ ລາວ-ທ໊ອບນີ້​ຈະ​ມີ​ການສືບ​ຕໍ່​ໄປ​ເລື້ອຍໆ

 

ຮູບອື່ນໆເບິ່ງໄດ້ທີ່ facebook.com/laotop

Leave a Reply

Your email address will not be published. Required fields are marked *