ລາວ​ທ໊ອບຖະລົ່ມ ມະຫາວິທະຍາ​ໄລ ວະ​ທະຍາ​ສາດ​ສຸຂະພາບ 4-0 ​ຮອບ​ຮອງ​ຊະນະ​ເລີດຍັບ​ມໍ່​ເຂົ້າມາ​ແລ້ວ
​ບານເຕະຢູລີກ
ວັນອາທິດ 6 ພຶດສະພາ 2012
ວິທະຍາໄລ ລາວ-ທ໊ອບ 4      –     0 ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ
ເດີ່ນກິິລາເຈົ້າອານຸວົງ

 

​​ເກ​ມ​ເລີ່​ມກັນ​ທີ່​ເວລາ 14:00 ທີ່​ເດີ່ນ​ເຈົ້າອາ​ນຸວົງ ​ໂດຍ​ວິທະຍາ​ໄລ ລາວ​ທ໊ອບ ມາ​ໃນ​ຊຸດ​ຟ້າ​ຂາວ ​ສ່ວນ​ ມວສ ມາ​​ໃນ​ຊຸດ​ສີ​ແດງ ​​ທັງ​ສອງຕັ້ງທີ​ມມາ​ສຳລັບ​ບຸກ ​ແລະ ຫວັງ​​ເກັບ​ໄຊຊະນະ​ໃນ​ນັດ​ນີ້​ໃຫ້​ໄດ້ ​ເພື່ອ​ນັດ​ສຸດ​ທ້າຍ​ຈະ​ໄດ້​ຫຼິ້ນຢ່າງ​ຫາຍ​ກັງວົນ.
​ເລີ່​ມ​ເກ​ມການ​ແຂ່ງຂັນ​ໄດ້ 10 ນາທີ ທັງ​ສອງ​ກໍ​ປ່ຽນ​ກັນ​ບຸກ ປ່ຽນ​ກັນ​ຕ້າ​ນຢ່າງ​ເມົາ​ມັນ ​ແລະ ​ເກືອ​ບໆຈະ​ໄດ້​ປະຕູ​ຫຼາຍຄັ້ງ ​ແຕ່​ຍັງ​ບໍ່​ຄົມ​ພໍ​ທີ່​ຈະ​ຈົບ​ສະ​ກໍ.
ມາ​ເຖິງ​ນາທີ​ທີ່ 21 ທາງ​ລາວ​ທ໊ອບ​ໄດ້​ມີ​ເຮ ​ເມື່ອ ວິສັນ​ ມະນີ​ວົງ ​ສ້າງ​ປະຕູ​ຂຶ້ນນຳ​ໄປ​ກ່ອນ​ໄດ້ ​ເຮັດ​ໃຫ້​ລາວ​ທ໊ອບຫຼິ້ນ​ໄດ້​ໂລ່ງ​ໃຈ​ຍິ່ງ​ຂຶ້ນ
​ສ່ວນ​ທາງ​ ມວສ ກໍ​ສວນ​ກັບ ​ແລະ ບຸກຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ລາວ​ທ໊ອບຕ້ອງ​ລົງ​ມາຕ້ານກັນ​ທັງ​ກອງກາງ​ກອງໜ້າ ​ແລະ ມວສ ​ເອງ​ກໍ​ເກືອບ​ໄດ້​ປະຕູ​ຕິ​ສະ​ເໜີຫຼາຍຕໍ່ຫຼາຍຄັ້ງ ຈົບ​ເກ​ມການ​ແຂ່ງຂັນ​ເຄິ່ງ​ເວລາ​ທຳ​ອິດ ວິທະຍາ​ໄລ ລາວ​ທ໊ອບ 1-0 ມວສ.
​ເລີ່​ມ​ເຄິ່ງ​ເວລາ​ທີ​ສອງ ຕ່າງ​ຝ່າຍ​ກໍ​ເປີດ​ເກ​ມ​ໃສ່​ກັນ​ຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ກອງ​ເຊຍ​ຈົນ​ນັ່ງ​ບໍ່​ລົງ ​ໂດຍ​ທາງ​ລາວ​ທ໊ອບມີ​ໂອກາດ​ຍິງ​ຫຼາຍຄັ້ງ​ແຕ່​ຖືກ​ສະກັດ​ໂດຍ​ກອງຫຼັງຂອງ ມວສ.
ພໍ​ມາ​ຮອດ ນາທີ​ທີ່ 59, ສອນ​ໄຊ ບົວລະ​ພອນ ກໍ​ຍິງ​​ຜ່ານ​ມື​ຜູ່​ຮັກສາ​ປະຕູ​ໄປ ​ເຮັດ​ໃຫ້​ລາວ​ທ໊ອບນຳ​ຫ່າງ​ອອກ​ໄປ​ອີກ 2-0
​ແລະ​ອີກ​ສອງ​ປະຕູ​ກໍ​ນຳ​ມາ​ໃນ​ນາທີ​ທີ 80 ​ແລະ 85 ຕິດ​ຕໍ່​ກັນໂດຍສອນໄຊ ບົວລະພອນ ຄົນເກົ່າ. ຈົບ​ເກ​ມ ວິທຍາ​ໄລ ລາວ​ທ໊ອບ ​ເສືອ​ນຊະນະ ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ 4-0
ລາຍ​ຊື່​ນັກ​ເຕະ​ທັງ​ສອງ​ທີ​ມ:
ລາວ​ທ໊ອບ: ວິສັນ ມະນີ​ວົງ(5), ອ໋ອດ ວົງ​​ໄຊ(7), ສັກດາ​ພອນ ຈັນ​ສະຫວັດ(23), ສອນ​ໄຊ ນັນທະ​ວົງດວງ​ສີ(3), ຊ້ຽນມາ​ໄລ ນວນ​ຫຸ່ນ(4), ສອນ​ໄຊ ບົວ​ລາພອນ(10), ວິ​ທະ​ວັດ ວົງ​ຄຳ​ຊາຍ(15), ສົມ​ພາ​ວັນ(2), ອາ​ນິກອນ ​ໂພທິ​ສາລາ​ດ(12), ສະ​ເຫຼີມ ​ໄຊ​ສິງ​ທອງ(1) ​ແລະ ວັດທະ​ໄຊ (90)
ມວສ: ຈິດຕະກອນ (16), ສັນຕິ​ສຸກ(17), ສຸກ​ດາລາ​(14), ຊົມ​ເຊີຍ(3), ສຸທັດ(13), ອຸ​ດາ​ລອນ(15), ສຸວັນ​ໄຊ(19),​ ລຳ​ເງິນ(12), ປາຖະໜາ(10), ​ເຄນ(2) ​ແລະ ຄຳ​ພູມີ(15)
ລາວ​ທ໊ອບຖະລົ່ມ ມະຫາວິທະຍາ​ໄລ ວະ​ທະຍາ​ສາດ​ສຸຂະພາບ 4-0 ​ຮອບ​ຮອງ​ຊະນະ​ເລີດຍັບ​ມໍ່​ເຂົ້າມາ​ແລ້ວ

 

ເບິ່ງຮູບອື່ນໆໄດ້ອີກທີ່ Facebook.com/laotop

ວັນທີ 20/05/2012
ລາວທ໊ອບ ພົບກັບ ຣັດຕະນະ
ເວລາ: 16:30

ລວມຜົນ:
ແຂ່ງ (Play) 6 ນັດ
ຊະນະ (Win) 5
ສະເໝີ (Draw) 0
ເສຍ (Loss) 1
ຄະແນນ(Point) 15

Leave a Reply

Your email address will not be published. Required fields are marked *