ຜ່ານຮອບແບ່ງກຸ່ມກັນມາແລ້ວເປັນທີ່ຮຽບຮ້ອຍ ເຊິ່ງກໍໄດ້ທີມທີ່ເຂົາຮອບຮອງຊະນະເລີດ ການແຂ່ງຂັນ Lao-Top Football Tournament 2021 ປະກອບມີ 4 ທີມທັງໝົດ.

ການແຂ່ງຂັນບານເຕະຊິງຂັນປະທານ ວິທະຍາໄລ ລາວ-ທ໊ອບ ຫຼື Lao-Top Football Tournament 2021 ໄດ້ເປີດສາກຂຶ້ນຕັ້ງແຕ່ວັນທີ 20 ກຸມພາ 2021 ທີ່ຜ່ານມາ ເຊິ່ງປະກອບມີ 6 ທີມທັງໝົດ ແລະ ກໍເຕະຮອບແບ່ງກຸ່ມກັນຈົນເຖິງວັນທີ 13 ມີນາ 2021 ເຊິ່ງເປັນນັດສຸດທ້າຍຂອງຮອບແບ່ງກຸ່ມ ກໍໄດ້ທີມທີ່ເຂົາຮອບເປັນທີ່ຮຽບຮ້ອຍ

  • ທີມ Dragon Fire United
  • ທີມ B-You FC
  • ທີມ Bullet United
  • ທີມ Black Diamond FC

ສຳລັບຮອບຮອງຊະນະເລີດແມ່ນຈະຈັດຂຶ້ນໃນວັນທີ 20 ມີນາ 2021 ເວລາ 16:00 ໂມງ ທີ່ເດີ່ນ Ferrari 1 ແລະ Ferrari 2 ໂດຍແມ່ນ

ເດີ່ນ 1: Dragon Fire United ພົບ B-You FC

ເດີ່ນ 2: Bullet United ພົບ Black Diamond FC

ຂໍເຊີນຊວນບັນດາທ່ານເຂົາຮ່ວມຊົມການແຂ່ງຂັນ ແລະ ລຸ້ນຮັບຂອງລາງວັນຈາກ ຮ້ານກາເຟ Bee Coffee

Leave a Reply

Your email address will not be published. Required fields are marked *