ໃນວັນທີ 12 ມີນາ 2021 ທີ່ຫ້ອງ Top Hall ຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ມີການຈັດ ສຳມະນາເຜີຍແຜ່ຄວາມຮູ້ດ້ານທຸລະກິດແບບໃໝ່ ໃຫ້ກັບນັກສຶກສາພາກເຊົ້າ ໂດຍແມ່ນທາງທີມງານ Toolakit ຈາກ Stella ເປັນຜູ້ໃຫ້ການເຜີຍແຜ່.

ທ່ານ ນາງ ພິມເງິນ ສົມວິຈິດ ກຳລັງເຜີຍແຜ່ກ່ຽວແອັບທຸລະກິດ
ພາບໂດຍ: ອຈ ສົມປະສົງ ວົງຖາວອນ

ໂດຍແມ່ນ ທ່ານ ນາງ ພິມເງິນ ສົມວິຈິດ ເປັນຜູ້ນຳພາໜ່ວຍງານໂຄສະນາໃນຄັ້ງນີ້. ເຊິ່ງ Toolakit ເປັນແອັບທີ່ໃຫ້ຄວາມຮູ້ກ່ຽວກັບການດຳເນີນ ທຸລະກິດແບບປະສົມ ໂດຍນຳໃຊ້ເທັກໂນໂລຊີສະໄໝໃໝ່ເຂົ້າຊ່ວຍໃນການເພີ່ມຊ່ອງທາງຂາຍໃຫ້ກັບຜູ້ປະກອບການ ເຊິ່ງກຸ່ມເປົ້າໝາຍຂອງພວກເຂົາກໍແມ່ນຜູ້ທີ່ຍັງບໍ່ທັນມີຄວາມຊຳນານດ້ານເທັກໂນໂລຊີ.

ນັກສຶກສາທີ່ໄດ້ຮັບຂອງລາງວັນຈາກແອັບ Toolakit

ແອັບ Toolakit ໄດ້ຮັບການສະໜັບສະໜຸນໂດຍທາງ Google.org ເຊິ່ງຈັດທຳໂດຍ The Asia Foundation ແລະ Stella ເປັນຜູ້ດຳເນີນງານ.

ນັກສຶກສາສາມາດ ດາວໂຫຼດແອັບ Toolakit ໄດ້ແລ້ວທີ່ PlayStore ສ່ວນທາງ AppStore ແມ່ນຍັງຄົງຕ້ອງລໍຖ້າກ່ອນ.

ງານໃນຄັ້ງນີ້ໄດ້ນ້ອງນັກສຶກສາຈາກສາຂາ ໄອທີ, ຄອມພິວເຕີທຸລະກິດ, ບໍລິຫານທຸລະກິດ ແລະ ພາສາອັງກິດ ເຂົ້າຮ່ວມຢ່າງໜາແໜ້ນ ພ້ອມດ້ວຍທີມງານຈາກ Toolakit ທີ່ມາໃຫ້ຄວາມຮູ້ ແລະ ຄວາມມ່ວນຊື່ນກັບນັກສຶກສາ.

ນັກສຶກສາ ໄອທີ ກຳລັງຕອບຄຳຖາມຊິຂອງລາງວັນ
ພາບໂດຍ: ອຈ ສົມປະສົງ ວົງຖາວອນ

Leave a Reply

Your email address will not be published. Required fields are marked *