ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2020 ທີ່ ວິທະຍາໄລ ລາວ-ທ໋ອບ ໄດ້ມີການອອກແຮງງານລວມເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955 ຄົບຮອບ 65 ປີ ໂດຍການນຳພາຂອງ ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ແລະ ບັນດາຄູອາຈານຈາກທຸກສາຂາວິຊາ. ເຊິ່ງຂອບເຂດໃນການອະນາໄມໃນຄັ້ງນີ້ແມ່ນ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ.

ການອອກແຮງງານລວມໃນຄັ້ງນີ້ມີທັງ 3 ອົງການຈັດຕັ້ງຂອງວິທະຍາໄລທີ່ເຂົ້າຮ່ວມຄື: ກໍາມະບານຮາກຖານ, ສະຫະພັນແມ່ຍິງຮາກຖານ ແລະ ພາກສ່ວນຊາວໝຸ່ມຮາກຖານ ເຊິ່ງເປັນນັກສຶກສາຈາກສາຂາ ພາສາອັງກິດ, ບັນຊີ, ໄອທີ ແລະ ຄອມພິວເຕີທຸລະກິດ ລວມທັງໝົດມີ 61 ຄົນ ເປັນຍິງ 40 ຄົນ, ການອະນາໄມແມ່ນໄດ້ເກັບຂີ້ເຫຍື້ອ ແລະ ອະນາໄມຕາມທ້ອງຖະໜົນເປັນໄລຍະທາງປະມານ 5 ກິໂລແມັດ.

ທ່ານ ນາງ ມັດຕິກາ ສີດາ ຮອງອໍານວຍການ ແລະ ຍັງເປັນເລຂາສະຫະພັນແມ່ຍິງຮາກຖານ ວິທະຍາໄລ ລາວ-ທ໋ອບ ໄດ້ກ່າວຈຸດປະສົງໃນການອອກແຮງງານໃນຄັ້ງນີ້ໄວ້ວ່າ:

  1. ເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955 ທີ່ຈະມາເຖິງນີ້
  2. ເພື່ອເປັນການຮັກສາຄວາມສະອາດໃນຊຸມຊົນ ແລະ ສະຖາບັນການສຶກສາ
  3. ເພື່ອເປັນການສະແດງເຖິງ  ຄວາມເປັນນໍ້າໜຶ່ງໃຈດຽວກັນໂດຍສະເພາະແມ່ນ 3 ອົງການຈັດຕັ້ງໃນວິທະຍາໄລ ລາວ-ທ໋ອບ

ນອກຈາກນັ້ນ, ທ່ານ ນາງ ມັດຕິກາ ໄດ້ຮຽກຮ້ອງເຖິງບັນດາແມ່ຍິງລາວຍຸກໃໝ່ ໃຫ້ເອົາໃຈໃສ່ຮັກສາຮີດຄອງປະເພນີອັນດີງາມຂອງຊາດເຮົາ ຄຽງຄູ່ກັບການພັດທະນາປະເພດຊາດໃຫ້ຈະເລີນກ້າວໜ້າ. ທ້າຍນີ້, ເພິ່ນຍັງອວຍພອນໄຊເຖິງບັນດາການນຳ ໂດຍສະເພາະແມ່ນ ສະຫະພັນແມ່ຍິງລາວ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມທີ່ສົມບູນ ເພື່ອນຳພາປະເທດຊາດໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນ

ສຳລັບການອອກອະນາໄມຄັ້ງນີ້ ບັນຄູອາຈານ, ນັກສຶກສາ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ມີຄວາມຕັ້ງໃຈ, ມີຄວາມພ້ອມພຽງຮຽງໜ້າກັນເພື່ອສ້າງປະໂຫຍດທີ່ດີໃຫ້ແກ່ສັງຄົມທັງ ຍັງເປັນການສ້າງຄວາມສາມັກຄີປອງດອງໃນທົ່ວ ວິທະຍາໄລ ລາວ-ທ໊ອບ ອີກດ້ວຍ.

ຂ່າວ: ວິໄລພອນ ສີຫາມຸນຕີ

Leave a Reply

Your email address will not be published. Required fields are marked *