ວິທະຍາໄລ ລາວ-ທ໊ອບ ຄວ້າອັນດັບສອງ ແຂ່ງຂັນເຕັ້ນເຊຍປະຈຳປີ 2014

 

ໃນວັນທີ 12/11/2014 ທີ່ຜ່ານໄດ້ມີການແຂ່ງຂັນເຕັ້ນເຊຍປະຈຳປີ 2014 ຈັດຂຶ້ນໂດຍເປັບຊີ ຫຼື Pepsi Cheerleading Contest 2014 ເຊິ່ງໄດ້ຈັດຂຶ້ນທີ່ເດີ່ນກິລາໃນຮົ່ມ ບຶງຂະຫຍອງ ໂດຍມີແຂກທີ່ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ. ການແຂ່ງຂັນເຕັ້ນເຊຍນີ້ໄດ້ຈັດຂຶ້ນເປັນຄັ້ງທີ່ສາມ ໂດຍຄັ້ງທຳອິດແມ່ນຈັດຂຶ້ນໃນປີ 2012 ຄັ້ງຕໍ່ມາແມ່ນປີ 2013 ແລະຄັ້ງນີ້ ປີ 2014 ເຊິ່ງວິທະຍາໄລ ລາວ-ທ໊ອບກໍໄດ້ເຂົ້າຮ່ວມການແຂ່ງຂັນນີ້ເປັນຄັ້ງທຳອິດ. ໃນການແຂ່ງຂັນຄັ້ງນີ້ມີທັງໝົດ 12 ສະຖາບັນການສຶກສາເຂົ້າຮ່ວມແຂ່ງຂັນ ແລະ ຍັງມີການສະແດງຈາກນັກຮ້ອງທີ່ມີຊື່ສຽງຈຳນວນໜຶ່ງ.

 

ສະຫຼຸບຜົນການແຂ່ງ:

  • ອັນດັບໜຶ່ງ: ວິທະຍາໄລ ຣັດຕະນະ
  • ອັນດັບສອງ: ວິທະຍາໄລ ລາວ-ທ໊ອບ
  • ອັນດັບສາມ: ວິທະຍາໄລ ເຕັກນິກຊັບພະວິຊາ
  • ອັນດັບສີ່: ສະຖາບັນ ການເງິນ-ການທະນາຄານ

 

Leave a Reply

Your email address will not be published. Required fields are marked *