ໃນວັນທີ 4-5 ກໍລະກົດ 2015 ໄດ້ມີການຈັດເຝິກອົບຮົມການຂຽນໂປຣແກຣມຄວບຄຸມຫຸ່ນຍົນ ຂັນຕົ້ນ ດ້ວຍພາສາຊີ ໃຫ້ແກ່ນັກສຶກສາ ສາຂາໄອທີ ແລະ ຄອມພິວເຕີທຸລະກິດ ໂດຍມີການເຊີນວິທະຍາກອນຈາກປະເທດໄທ ອາຈານ ສຶບສັກ ສະຫວັດ ມີເປັນວິທະຍາກອນໃນຄັງນີ້.

ງານເຝິກອົບຮົມຄັງນີ້ໄດ້ດຳເນີນໄປສອງມື້ ຄືວັນທີ 4 ແລະ ທີ 5 ໂດຍຈຸດປະສົງແມ່ນເພື່ອໃຫ້ນັກສຶກສາທີ່ມີພື້ນຖານການຂຽນໂປຣແກຣມຢູ່ແລ້ວ ໄດ້ມາລອງປະຕິບັດໂຕຈິງ ກັບຫຸ່ນຍົນ ເຊິ່ງມີການຂຽນໂປຣແກຣມຄວບຄຸມຫຸ່ນຍົນອັດຕະໂນມັດ ແລະ ຫຼົບຫຼີກສິ່ງຂອງຕ່າງໆ, ສ້າງແຮງບັນດານໃຈໃຫ້ນັກສຶກສາໄດ້ມີການທົດລອງຄົ້ນຄວ້າດ້ວຍຕົນເອງ ເພື່ອເປັນການພັດທະນາຄວາມຮູ້ ຄວາມສາມາດທາງໄດ້ການຂຽນໂປຣແກຣມຄວບຄຸມຫຸ່ນຍົນ.

ເນື່ອງຈາກປະເທດເຮົາກຳລັງມີບັນດາອຸດສາຫະກຳຂະແໜງການຕ່າງໆເຂົາປະດຳເນີນທຸລະກິດເປັນຈຳນວນຫຼາຍ. ເຊິ່ງໃນອຸດສາຫະກຳນັ້ນຈະໃຊ້ຫຸ່ນຍົນເຮັດວຽກເປັນຫຼັກ ຈຶ່ງເປັນສິ່ງທີ່ສຳຄັນຫຼາຍ ທີ່ນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ ໄດ້ມີໂອການຮຽນຮູ້ສິ່ງເຫຼົ່ານີ້ ເພື່ອພັດທະນາ ຕໍຍອດຄວາມສາມາດຂອງຕົນເອງ ເພື່ອພັດທະນາຊຸມຊົນ ກໍຄືການພັດທະນາປະເທດຊາດໃຫ້ມີຄວາມທັນສະໄໝ ທຽບເທົ່າກັບປະເທດອື່ນ.

ໃນມື້ສຸດທ້າຍຂອງການເຝິກອົບຮົມກໍໄດ້ຈັດການແຂ່ງຂັນຂຶນ ເພື່ອໃຫ້ນັກສຶກສາໄດ້ທົດລອງເອົາຄວາມຮູ້ທີ່ເຝິກອົບຮົມມາ ພັດທະນາຫຸ່ນຍົນຂອງຕົນເອງຕາມເງື່ອນໄຂຂອງການແຂ່ງຂັນ ໂດຍທີທີ່ຊະນະແມ່ນທີມ ນັກສຶກສາ IT ປີ 1 ພາກຄ່ຳ ທີສອງແມ່ນ ນັກສຶກສາຄອມພິວເຕີທຸລະກິດ (ITB) ປີໜຶ່ງ.

Leave a Reply

Your email address will not be published. Required fields are marked *