ງານປະຖົມນິເທດນັກສຶກສາໃໝ່ ປີ 2015 ໃນຕອນເຊົ້າຂອງວັນທີ 18 ກັນຍາ 2015 ໄດ້ມີງານປະຖົມນິເທດ ເພື່ອໃຫ້ຂໍ້ມູນຂອງວິທະຍາໄລ ລາວ-ທ໊ອບແກ່ນັກສຶກສາປີໜຶ່ງ ທີ່ເຂົ້າມາຮຽນໃໝ່. ໃນງານໄດ້ຖືເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ພ້ອມຄະນະ ເຂົ້າໃຫ້ຄຳໂອວາດແກ່ນັກສຶກສາທີ່ເຂົ້າໃໝ່. ນອກນັ້ນຍັງໄດ້ເຊີນບັນດາ ອາຈານສອນປີໜຶ່ງ ຂຶ້ນມາແນະນຳໂຕເອງຢ່າງເປັນທາງການໃຫ້ນັກສຶກສາ ໄດ້ຮູ້ຈັກ ໃນງານ ໄດ້ເຜີຍແຜ່ລະບຽບການຕ່າງໆໃຫ້ແກ່ນັກສຶກສາ ເຊັ່ນ: ລະບຽບການນຸ່ງຖື, ລະບຽບການເຂົ້າອອກໂຮງຮຽນ ລວມເຖິງການຄິດໄລ່ຄະແນນໃຫ້ແກ່ນັກສຶກສາ ເພື່ອຮັບປະກັນເຖິງຄວາມເປັນລະບຽບຮຽບຮ້ອຍ ແລະ ຄຸນະພາບຂອງການສຶກສາ ເຊິ່ງເປັນສິ່ງທີ່ວິທະຍາໄລ ລາວ-ທ໊ອບເນັ້ນໜັກກວ່າສະຖາບັນອື່ນໆ ທ່ານກວັນຢຸງວຸກຂຶ້ນໃຫ້ຄຳໂອວາດແກ່ນັກສຶກສາໃໝ່

read more