ສານຈາກອຳນວຍການ ວິທະຍາໄລ ລາວ-ທ໊ອບ ໃກ້ຈະຮອດຍາມເສັງທ້າຍພາກຮຽນແລ້ວ ນັກສຶກສາຫຼາຍຄົນກໍກຳລັງຂຸ້ນຂ້ຽວໃສ່ໃນການເບິ່ງບົດຮໍ່າບົດຮຽນເພື່ອຈະຍາດເອົາຜົນເສັງໃຫ້ດີທີ່ສຸດ ເພື່ອເປັນການພິສູດວ່າຕົນເອງມີຄວາມມານະອົດທົນພຽງໃດ ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ກໍໄດ້ສົ່ງສານອວຍພອນເຖິງນັກສຶກສາ ດ້ວຍຄວາມເປັນຫ່ວງເປັນໄຍດັ່ງນີ້: ຂໍໃຫ້ນັກສຶກສາໝົດທຸກຄົນ ຈົ່ງພາກັນສຶກສາຮໍ່າຮຽນ ເພື່ອຍາດເອົາຄະແນນທີ່ດີໃນການສອບເສັງທ້າຍເທີມນີ້ ບໍ່ວ່າຈະເປັນພາກວິຊາພາສາອັງກິດ, ຄອມພິວເຕີ ຫຼື ບໍລິຫານທຸລະກິດ ກໍດີ. ໃຫ້ທຸກຄົນເອົາໃຈໃສ່ໃນການຮຽນ ແລະ ຈັດສັນເວລາໃຫ້ເກີດປະໂຫຍດສູງສຸດ. ສຸດທ້າຍນີ້ ເນື່ອງໃນໂອກາດໃກ້ຈະຮອດປີໃໝ່ສາກົນ ກໍຂໍອວຍໄຊໃຫ້ພອນແກ່ບັນດານັກສຶກສາໝົດທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ດູແລຮັກສາສຸຂະພາບຕົນເອງໃຫ້ດີໆ ເພື່ອການຮຽນທີ່ດີໄປພ້ອມໆກັນ. ປີໃໝ່ຟ້າໃໝ່ນີ້, ຜູ້ໃດທີ່ຍັງບໍ່ທັນເອົາໃຈໃສ່ ຍັງມັກຂາດຮຽນ ກໍຂໍໃຫ້ປັບປຸງປ່ຽນແປງຕົນເອງ ໃຫ້ເປັນຄົນທີ່ດີຂຶ້ນກ່ອນເກົ່າ ເປັນນັກຮຽນທີ່ດີ, ເປັນລູກທີ່ດີ ແລະ ເປັນພົນລະເມືອງທີ່ດີ ຈາກສານຂອງທ່ານອຳນວຍການ ວິທະຍາໄລ…

read more