ພິທີຣັບນ້ອງໃໝ່ສາຂາໄອທີ ແລະ ຄອມພິວເຕີທຸລະກິດ ຈົບລົງໄປແລ້ວກັບ ງານຮຸ່ນນ້ອງໃໝ່ທີ່ວິທະຍາໄລ ລາວ-ທ໊ອບ ເຊິ່ງນັກສຶກສາ ປີສອງ ຂອງສາຂາໄອທີ ແລະ ຄອມພິວເຕີທຸລກິດ ໄດ້ຮ່ວມກັນຈັດຂຶ້ນເພື່ອນັກສຶກສາຣຸ່ນນ້ອງ ເຊິ່ງຈັດຂຶ້ນໃນວັນທີ 26/10/2015 ບັນຍາກາດໄດ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ. ເປັນກຽດເຂົ້າຮ່ວມໂດຍບັນດາອາຈານທີ່ສອນໃນສາຂາດັ່ງກ່າວ. ຫຼັງຈາກຈົບກິດຈະກຳແລ້ວ ກໍໄດ້ມີການຖ່າຍຮູບລວມໝູ່ທັງປີໜຶ່ງ ແລະ ປີສອງ. ຈາກນັ້ນນັກສຶກສາທັງໝົດກໍໄດ້ມີການແຂ່ງຂັນເຕະບານມິດຕະພາບຂຶ້ນ ລະຫວ່າງປີໜຶ່ງ ແລະ ປີສອງ. ຈົບການແຂ່ງຂັນ ປາກົດວ່າຮຸ່ນນ້ອງປີໜຶ່ງເອົາຊະນະໄປ 5-4  

read more