Spelling Bee 2018 Spelling Bee ແມ່ນຫຍັງ?   ການແຂ່ງຂັນ Spelling Bee ແມ່ນການແຂ່ງຂັນສະກົດຄຳພາສາອັງກິດ ເຊິ່ງຕົ້ນກຳເນີດແມ່ນມາຈາກປະເທດອາເມລິກາ ສຳລັບກົດໃນການແຂ່ງຂັນ ແມ່ນຈະມີຄຳສັບໃຫ້ຜູ້ເຂົ້າແຂ່ງຂັນໄດ້ໄປທ່ອງກ່ອນປະມານ 400 ຄຳສັບ ເມື່ອຮອດມື້ແຂ່ງຂັນແມ່ນຈະຕ້ອງໄດ້ຂຶ້ນມາສະກົດຄຳສັບເທື່ອລະຄົນ ໂດຍໃຫ້ສະກົດຄຳຕາມທີ່ກຳມະການໄດ້ອ່ານ. ຜູ້ເຂົ້າແຂ່ງຂັນຕ້ອງເວົ້າຄຳສັບນັ້ນຄືນກ່ອນ ເພື່ອໃຫ້ໝັ້ນໃຈວ່າເຂົ້າໃຈຄຳສັບດັ່ງກ່າວແລ້ວ ຜູ້ເຂົ້າແຂ່ງຂັນຈະຕ້ອງສະກົດຄຳຢ່າງຊ້າໆ ແລະ ລະມັດລະວັງ ຜູ້ເຂົ້າແຂ່ງຂັນຈະຕ້ອງເວົ້າຄຳສັບນັ້ນຄືນອີກຄັ້ງ ຫຼັງຈາກສະກົດຄຳດັ່ງກ່າວແລ້ວ ເປັນຈັ່ງໃດແດ່ ພໍເຂົ້າໃຈແດ່ແລ້ວບໍ່ວ່າການແຂ່ງຂັນສະກົດຄຳ Spelling Bee ເປັນຄຳແນວໃດ ຖ້າຫາກວ່ານ້ອງໆບໍ່ເຂົ້າໃຈບ່ອນໃດ ສະມາດສອບຖາມເພີ່ມຕື່ມໄດ້ເລີຍ

read more