ສຳລັບໃຜທີ່ຮູ້ວ່າໂຕເອງວ່າງ ພ້ອມທີ່ຈະເປັນຜູ້ໃຫ້ ຫຼື ໃຜທີ່ຕ້ອງການຫາປະສົບການເຮັດວຽກໃດໜຶ່ງ ກໍຖືວ່າເຈົ້າມາອ່ານຖືກບ່ອນແລ້ວ.
ວິທະຍາໄລ ລາວ-ທ໊ອບ ໄດ້ຮວບຮວມຂໍ້ດີ 4 ປະການ ຂອງການເປັນອາສາສະສະໝັກ ໃຫ້ທຸກຄົນໄດ້ລອງພິຈາລະນາ

1. ໄດ້ເພີ່ມປະສົບການ: ຖ້າຫາກວ່າກຳລັງມອງຫາປະສົບການໄວ້ໄປຂຽນໃນຊີວະປະຫວັດ ເຈົ້າກໍລອງເສຍສະລະເວລາຈັກເລັກນ້ອຍ ເຂົ້າຮ່ວມໂຄງການຈິດອາສາຕ່າງໆ ບໍ່ວ່າຈະເປັນ ກູ້ໄພອາສາ, ອາສາງານ Event ຕ່າງໆ ຫຼື ສະເໜີໂຕເຮັດວຽກງານໃດໜຶ່ງໃຫ້ກັບອົງກອນ ເພື່ອເວລາຍື່ນສະໝັກວຽກ ເຈົ້າກໍຈະມີປະຫວັດການເຮັດວຽກທີ່ໜ້າສົນໃຈກວ່າຄົນອື່ນໆ.

2. ໄດ້ເພື່ອນໃໝ່: ເຮົາຈະໄດ້ຮູ້ຈັກສັງຄົມໃໝ່ ສັງຄົມທີ່ມີແຕ່ການໃຫ້ ໄດ້ຮຽນຮູ້ຄົນຫຼາກຫຼາຍປະເພດ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ. ມີໂອກາດໄດ້ພົບປະຄົນດັງມີຊື່ສຽງ ຫຼື ຄົນທີ່ເຂົາປະສົບຜົນສຳເລັດມາແລ້ວ ຖືໄດ້ວ່າເປັນເວທີ່ໃຫ້ເຮົາພິສູດໂຕເອງ ຖ້າຫາກວ່າເດັ່ນພໍ ເຂົາກໍອາດຈະພິຈາລະນາເຮົາ ເຂົ້າເຮັດວຽກເລີຍ.

3. ໄດ້ທັກສະໃໝ່: ງານອາສາຖືເປັນໂອກາດດີ ທີ່ຈະເຮັດໃຫ້ເຮົານຳໃຊ້ ສິ່ງທີ່ຕົນເອງໄດ້ຮຽນໃນຫ້ອງ ມາເຮັດໃຫ້ເກີດປະໂຫຍດສູງສຸດ ແລະ ໄດ້ລົງມືພັດທະນາ, ເຊັ່ນວຽກບໍລິຫານ, ວຽກປະສານງານ ຫຼື ທັກສະໂປຣແກຣມໃດໜຶ່ງ. ທີ່ສຳຄັນເລີຍແມ່ນໄດ້ຮຽນຮູ້ທັກສະການເຂົ້າໃຈຄົນອື່ນ (Empathy) ເມື່ອເຮົາກາຍເປັນຜູ້ໃຫ້ ຫຼາຍກວ່າເປັນຜູ້ຮັບ, ທັກສະການສື່ສານ (Communication), ທັກສະການເປັນຜູ້ນຳ (Leadership), ທັກສະການຄິດແບບວິພາກ (Critical thinking) ເຊິ່ງທັງໝົດທີ່ກ່າວມານັ້ນເປັນທັກສະທີ່ບໍ່ສາມາດຮຽນຮູ້ໄດ້ທີ່ ສະຖາບັນໃດໆ.

4. ໄດ້ຄວາມສຸກ: ການເປັນອາສາ ກໍຄືການເປັນຜູ້ໃຫ້ ເຮົາຈະຮູ້ສຶກວ່າເຮົາເປັນທີ່ເຄົາລົບຮັກຂອງບຸກຄົນອ້ອມຂ້າງ ເພາະຈິດອາສາທີ່ເຮົາມອບໃຫ້ເຂົາ ເຮັດໃຫ້ເຮົາມີຄວາມຮັບຜິດຊອບຫຼາຍຂຶ້ນ (ເປັນຜູ້ໃຫຍ່ຂຶ້) ມີຄວາມພາກພູມໃຈໃນໂຕເອງຫຼາຍກວ່າເກົ່າ.
ເມື່ອຢາກເປັນອາສາ ຕ້ອງເລີ່ມແນວໃດ?
- ຖາມໂຕເອງວ່າຢາກເຮັດຫຍັງ
- ຖາມໂຕເອງວ່າເຮົາມີຄວາມຊ່ຽວຊານ ຫຼື ຄຸ້ນເຄີຍກັບວຽກງານໃດແດ່
- ຖາມໂຕເອງວ່າເຮົາຢາກເພີ່ມຄວາມຮູ້ ຫຼື ທັກສະດ້ານໃດ
- ຖາມແຕ່ລະບ່ອນວ່າມີຄວາມຕ້ອງການອາສາບໍ່ ຫຼື ງານໃດທີ່ກຳລັງຈະຈັດຂຶ້ນ ກໍຖາມເຂົ້າຮ່ວມໂຄງການອາສານຳເຂົາໄດ້.
ສຸດທ້າຍນີ້ກໍຢ່າລືມວ່າ ການເປັນອາສານັ້ນເປັນສິ່ງທີ່ດີ ຖ້າຫາກວ່າເຮົາຍັງສາມາດຮັກສາສົມດຸນໄດ້ ລະຫວ່າງວຽກອາສາ ແລະ ໜ້າທີ່ຫຼັກຂອງຕົນ.
ການໄປເປັນອາສາ ບໍ່ແມ່ນວ່າຈະປະວຽກງານໜ້າທີ່ຂອງຕົນ ໄປເຮັດວຽກງານອື່ນ ຈົນບໍ່ຫຼ້ອນໜ້າທີ່ຫຼັກຂອງຕົນ.
ຂໍໃຫ້ທຸກຄົນມ່ວນກັບວຽກງານອາສາ ແລະ ມ່ວນກັບການຮຽນຮູ້ສິ່ງໃໝ່ໆ ກ້າທີ່ຈະກ້າວອອກຈາກ Comfort zone ຂອງຕົນເອງ.
ອ່ານສຸດແລ້ວ ກໍຢ່າລືມແຊບົດຄວາມນີ້ອອກໄປໃຫ້ໝູ່ໆ ຫຼື ຄົນໃກ້ຄຽງ
ທີ່ມາ:
https://thestandard.co/podcast/newyearnewyou18/
https://www.helpguide.org/articles/healthy-living/volunteering-and-its-surprising-benefits.htm