ສຳລັບໃຜທີ່ຮູ້ວ່າໂຕເອງວ່າງ ພ້ອມທີ່ຈະເປັນຜູ້ໃຫ້ ຫຼື ໃຜທີ່ຕ້ອງການຫາປະສົບການເຮັດວຽກໃດໜຶ່ງ ກໍຖືວ່າເຈົ້າມາອ່ານຖືກບ່ອນແລ້ວ.

ວິທະຍາໄລ ລາວ-ທ໊ອບ ໄດ້ຮວບຮວມຂໍ້ດີ 4 ປະການ ຂອງການເປັນອາສາສະສະໝັກ ໃຫ້ທຸກຄົນໄດ້ລອງພິຈາລະນາ

ງານຊຸມຊົນ ລອງສອນພາສາອັງກິດທີ່ວັງວຽງ

1. ໄດ້ເພີ່ມປະສົບການ: ຖ້າຫາກວ່າກຳລັງມອງຫາປະສົບການໄວ້ໄປຂຽນໃນຊີວະປະຫວັດ ເຈົ້າກໍລອງເສຍສະລະເວລາຈັກເລັກນ້ອຍ ເຂົ້າຮ່ວມໂຄງການຈິດອາສາຕ່າງໆ ບໍ່ວ່າຈະເປັນ ກູ້ໄພອາສາ, ອາສາງານ Event ຕ່າງໆ ຫຼື ສະເໜີໂຕເຮັດວຽກງານໃດໜຶ່ງໃຫ້ກັບອົງກອນ ເພື່ອເວລາຍື່ນສະໝັກວຽກ ເຈົ້າກໍຈະມີປະຫວັດການເຮັດວຽກທີ່ໜ້າສົນໃຈກວ່າຄົນອື່ນໆ.

ງານອາສາແລ່ນເພື່ອນ້ອງ

2. ໄດ້ເພື່ອນໃໝ່: ເຮົາຈະໄດ້ຮູ້ຈັກສັງຄົມໃໝ່ ສັງຄົມທີ່ມີແຕ່ການໃຫ້ ໄດ້ຮຽນຮູ້ຄົນຫຼາກຫຼາຍປະເພດ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ. ມີໂອກາດໄດ້ພົບປະຄົນດັງມີຊື່ສຽງ ຫຼື ຄົນທີ່ເຂົາປະສົບຜົນສຳເລັດມາແລ້ວ ຖືໄດ້ວ່າເປັນເວທີ່ໃຫ້ເຮົາພິສູດໂຕເອງ ຖ້າຫາກວ່າເດັ່ນພໍ ເຂົາກໍອາດຈະພິຈາລະນາເຮົາ ເຂົ້າເຮັດວຽກເລີຍ.

ງານຊຸມຊົນ ລອງສອນພາສາອັງກິດທີ່ວັງວຽງ

3. ໄດ້ທັກສະໃໝ່: ງານອາສາຖືເປັນໂອກາດດີ ທີ່ຈະເຮັດໃຫ້ເຮົານຳໃຊ້ ສິ່ງທີ່ຕົນເອງໄດ້ຮຽນໃນຫ້ອງ ມາເຮັດໃຫ້ເກີດປະໂຫຍດສູງສຸດ ແລະ ໄດ້ລົງມືພັດທະນາ, ເຊັ່ນວຽກບໍລິຫານ, ວຽກປະສານງານ ຫຼື ທັກສະໂປຣແກຣມໃດໜຶ່ງ. ທີ່ສຳຄັນເລີຍແມ່ນໄດ້ຮຽນຮູ້ທັກສະການເຂົ້າໃຈຄົນອື່ນ (Empathy) ເມື່ອເຮົາກາຍເປັນຜູ້ໃຫ້ ຫຼາຍກວ່າເປັນຜູ້ຮັບ, ທັກສະການສື່ສານ​ (Communication), ທັກສະການເປັນຜູ້ນຳ (Leadership), ທັກສະການຄິດແບບວິພາກ (Critical thinking) ເຊິ່ງທັງໝົດທີ່ກ່າວມານັ້ນເປັນທັກສະທີ່ບໍ່ສາມາດຮຽນຮູ້ໄດ້ທີ່ ສະຖາບັນໃດໆ.

ງານອາສາແລ່ນເພື່ອນ້ອງ

4. ໄດ້ຄວາມສຸກ: ການເປັນອາສາ ກໍຄືການເປັນຜູ້ໃຫ້ ເຮົາຈະຮູ້ສຶກວ່າເຮົາເປັນທີ່ເຄົາລົບຮັກຂອງບຸກຄົນອ້ອມຂ້າງ ເພາະຈິດອາສາທີ່ເຮົາມອບໃຫ້ເຂົາ ເຮັດໃຫ້ເຮົາມີຄວາມຮັບຜິດຊອບຫຼາຍຂຶ້ນ (ເປັນຜູ້ໃຫຍ່ຂຶ້) ມີຄວາມພາກພູມໃຈໃນໂຕເອງຫຼາຍກວ່າເກົ່າ.

ເມື່ອຢາກເປັນອາສາ ຕ້ອງເລີ່ມແນວໃດ?

  1. ຖາມໂຕເອງວ່າຢາກເຮັດຫຍັງ
  2. ຖາມໂຕເອງວ່າເຮົາມີຄວາມຊ່ຽວຊານ ຫຼື ຄຸ້ນເຄີຍກັບວຽກງານໃດແດ່
  3. ຖາມໂຕເອງວ່າເຮົາຢາກເພີ່ມຄວາມຮູ້ ຫຼື ທັກສະດ້ານໃດ
  4. ຖາມແຕ່ລະບ່ອນວ່າມີຄວາມຕ້ອງການອາສາບໍ່ ຫຼື ງານໃດທີ່ກຳລັງຈະຈັດຂຶ້ນ ກໍຖາມເຂົ້າຮ່ວມໂຄງການອາສານຳເຂົາໄດ້.

ສຸດທ້າຍນີ້ກໍຢ່າລືມວ່າ ການເປັນອາສານັ້ນເປັນສິ່ງທີ່ດີ ຖ້າຫາກວ່າເຮົາຍັງສາມາດຮັກສາສົມດຸນໄດ້ ລະຫວ່າງວຽກອາສາ ແລະ ໜ້າທີ່ຫຼັກຂອງຕົນ.

ການໄປເປັນອາສາ ບໍ່ແມ່ນວ່າຈະປະວຽກງານໜ້າທີ່ຂອງຕົນ ໄປເຮັດວຽກງານອື່ນ ຈົນບໍ່ຫຼ້ອນໜ້າທີ່ຫຼັກຂອງຕົນ.

ຂໍໃຫ້ທຸກຄົນມ່ວນກັບວຽກງານອາສາ ແລະ ມ່ວນກັບການຮຽນຮູ້ສິ່ງໃໝ່ໆ ກ້າທີ່ຈະກ້າວອອກຈາກ Comfort zone ຂອງຕົນເອງ.

ອ່ານສຸດແລ້ວ ກໍຢ່າລືມແຊບົດຄວາມນີ້ອອກໄປໃຫ້ໝູ່ໆ ຫຼື ຄົນໃກ້ຄຽງ

ທີ່ມາ:

https://thestandard.co/podcast/newyearnewyou18/

https://www.jeeb.me/103/%E0%B8%82%E0%B9%89%E0%B8%AD%E0%B8%94%E0%B8%B5%E0%B8%97%E0%B8%B5%E0%B9%88%E0%B8%8A%E0%B8%B5%E0%B8%A7%E0%B8%B4%E0%B8%95%E0%B8%88%E0%B8%B0%E0%B9%84%E0%B8%94%E0%B9%89%E0%B8%A3%E0%B8%B1%E0%B8%9A-%E0%B9%80%E0%B8%A1%E0%B8%B7%E0%B9%88%E0%B8%AD%E0%B8%84%E0%B8%B8%E0%B8%93%E0%B9%80%E0%B8%81%E0%B8%B4%E0%B8%94%E0%B8%84%E0%B8%B3%E0%B8%96%E0%B8%B2%E0%B8%A1%E0%B8%A7%E0%B9%88%E0%B8%B2-%E0%B8%88%E0%B8%B0%E0%B9%84%E0%B8%94%E0%B9%89%E0%B8%AD%E0%B8%B0%E0%B9%84%E0%B8%A3%E0%B8%9A%E0%B9%89%E0%B8%B2%E0%B8%87

https://www.helpguide.org/articles/healthy-living/volunteering-and-its-surprising-benefits.htm

Leave a Reply

Your email address will not be published. Required fields are marked *