ຜ່ານໄປແລ້ວກັບກິດຈະກຳຮັບນ້ອງໃໝ່ໃນວັນທີ 29/9/2018 ທີ່ຜ່ານມາ ທີ່ເດີ່ນກິລາ ລ້ານຊ້າງ. ໃຫ້ກຽດເຂົ້າຮ່ວມໂດຍທ່ານປະທານ ກວັນຢຸງວຸກ (ປະທານວິທະຍາໄລ) ແລະ ທ່ານ ລຳໄພ ຂຸນດາວົງ (ອຳນວຍການ) ໃນງານນີ້ນອກຈາກເປັນງານຮັບນ້ອງແລ້ວ ຍັງເປັນກິດຈະກຳຕ້ອນຮັບວັນຄູທີ່ຈະມາເຖິງນີ້ອີກດ້ວຍ

ທ່ານ ກວັນຢຸງວຸກ ໄດ້ຂຶ້ນກ່າວເປີດພິທີແບບເກົາຫຼີ ໂດຍໃຫ້ນັກສຶກສາປີ 1 ລຸກຂຶ້ນສະບາຍດີລຸ້ນອ້າຍແຕ່ລະຄົນ ແລ້ວທ່ານຍັງໄດ້ກ່າວສະແດງຄວາມຂອບໃຈນັກສຶກສາແຕ່ລະປີທີ່ເລືອກວິທະຍາໄລ ລາວ-ທ໊ອບ ເປັນສະຖານສຶກສາ

ນອກນັ້ນ ທ່ານ ລຳໄພ ຂຸນດາວົງ ຍັງໄດ້ຂຶ້ນກ່າວກ່ຽວວັນຄູ ແລະ ຄວາມສຳຄັນຂອງຄູ ໃຫ້ນ້ອງໆນັກສຶກສາໄດ້ ຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນຂອງວັນຄູ

ຈາກນັ້ນກໍເປັນການເລີ່ມກິດຈະກຳຕ່າງ ໂດຍມີ ອຈ ສົມປະສົງ ວົງຖາວອນ ເປັນຜູ້ນຳພາແຕ່ລະກິດຈະ ໂດຍການເຂົ້າຮ່ວມຂອງຄະນະຄູອາຈານ ແລະ ນັກສຶກສາແຕ່ລະປີ. ມັນໄດ້ສ້າງບັນຍາກາດອັນມ່ວນຊື່ນ ໃຫ້ແກ່ນັກສຶກສາ ໃໝ່, ເກົ່າ ແລະ ຄູອາຈານໝົດທຸກຄົນ ລວມໄປເຖິງພະນັກງານອີກດ້ວຍ

ວິທະຍາໄລ ລາວ-ທ໊ອບ ຈະຕັ້ງໜ້າພະຍາຍາມສ້າງຕົນເອງໃຫ້ກາຍເປັນສະຖານບັນອັນດັບໜຶ່ງຂອງປະເທດລາວ ເພາະການສຶກສາເປັນສິ່ງສຳຄັນທີ່ສຸດ ແລ້ວພວກເຮົາຈະສ້າງບຸກຄະລາກອນທີ່ເຕັມປ່ຽມໄປດ້ວຍຄຸນະພາບອອກມາ ຮັບໃຊ້ສັງຄົມ

More photos https://web.facebook.com/media/set/?set=a.2093690737341746&type=1&l=499e2d8b89

Leave a Reply

Your email address will not be published. Required fields are marked *