Top Voice - Season1 (Lao-Top College) ງານປະກວດຮ້ອງເພງສາກົນປະຈຳປີ 2018

ງານປະກວດຮ້ອງເພງສາກົນປະຈຳປີ 2018

ຈຸດປະສົງ

ງານປະກວດຮ້ອງເພງສາກົນນີ້ຈັດຂຶ້ນເພື່ອສ້າງກິດຈະກຳໃຫ້ນັກສຶກສາໃນ ວິທະຍາໄລ ໃຫ້ນັກສຶກສາໄດ້ສະແດງຄວາມສາມາດໃນດ້ານສີລະປະ ຕອບສະໜອງ ເຖິງວຽກງານສີລະປະສຶກສາທີ່ທາງກະຊວງສຶກສາທິການ ແລະ ກິລາໄດ້ວາງອອກ. ກິດຈະກຳປະກວດຮ້ອງເພງສາກົນຄັ້ງເປັນການພິສູດຄວາມສາມາດຂອງນັກສຶກສາ ດ້ານການຮ້ອງເພງ ແລະ ດ້ານພາສາອັງກິດ ເຊິ່ງເປັນຈຸດຫຼັກຂອງວິທະຍາໄລ ລາວ-ທ໊ອບ.

ກຳນົດການ

  • ຮັບສະມັກ: ວັນທີ 25 ຕຸລາ ຫາ 7 ພະຈິກ 2018
  • ຮອບຄັດເລືອກ: ວັນທີ 9 ພະຈິກ 2018
  • ຮອບສຸດທ້າຍ: ວັນທີ 16 ພະຈິກ 2018

ເງື່ອນໄຂຜູ້ເຂົ້າສະມັກ

ຜູ້ເຂົ້າສະມັກຕ້ອງເປັນນັກສຶກສາທີ່ກຳລັງສຶກສາຢູ່ທີ່ ວິທະຍາໄລ ລາວ-ທ໊ອບ ໃນສົກສຶກສາ 2018-2019 ນີ້ເທົ່ານັ້ນ

ເພງທີ່ໃຊ້ເຂົ້າປະກວດ

ຜູ້ເຂົ້າປະກວດສາມາດນຳໃຊ້ເພງໃດກໍໄດ້ທີ່ເປັນພາສາອັງກິດ ສາມາດເລືອກໄດ້ທຸກຮູບແບບເພງ

ຮູບແບບການແຂ່ງຂັນ

ຮອບຄັດເລືອກ

ໃນຮອບຄັດເລືອກຈະເປັນການຮ້ອງສຽງສົດໂດຍບໍ່ມີດົນຕີໃຫ້ຄະນະກຳມະການຟັງ, ຄັດເລືອກເອົາພຽງ 6 ຄົນ. ໂດຍຈະມີເກນການຕັດສິນດັ່ງນີ້

  • ຄຸນະພາບສຽງ 40%
  • ການຮ້ອງຈະແຈ້ງ 30%
  • ການອອກສຽງພາສາອັງກິດຈະແຈ້ງ 30%

ຮອບສຸດທ້າຍ

ຜູ້ທີ່ເຂົ້າຮອບສຸດທ້າຍ 6 ຄົນຈະຕ້ອງປະມາປະຊັນກັນອີກຄັ້ງໃນຣອບນີ້ໂດຍຈະມີການຣ້ອງເພງປະກອບດົນຕີ ແລະ ສະແດງຕໍ່ໜ້າຜູ້ຊົມ ເຊິ່ງມີເກນການຕັດສິນດັ່ງນີ້

  • ຄຸນະພາບສຽງ 30%
  • ການຮ້ອງຈະແຈ້ງ 25%
  • ຮ້ອງຖືກຈັກຫວະ 25%
  • ການອອກສຽງພາສາອັງກິດຈະແຈ້ງ 10%
  • ການສະແດງ 5%
  • ຄວາມບັນເທີງ 5%

ລາງວັນ

  • ລາງວັນຊະນະເລີດ: ເງິນສົດ 400,000 ກີບ
  • ລາງວັນຮອງຊະນະເລີດ: ເງິນສົດ 200,000 ກີບ
  • ລາງວັນຮອງຊະນະເລີດອັນດັບ 2: ເງິນສົດ 100,000 ກີບ
  • ລາງວັນຊົມເຊີຍອີກ 3 ລາງວັນ

Leave a Reply

Your email address will not be published. Required fields are marked *