ງານປະກວດຮ້ອງເພງສາກົນປະຈຳປີ 2018 ຈຸດປະສົງ ງານປະກວດຮ້ອງເພງສາກົນນີ້ຈັດຂຶ້ນເພື່ອສ້າງກິດຈະກຳໃຫ້ນັກສຶກສາໃນ ວິທະຍາໄລ ໃຫ້ນັກສຶກສາໄດ້ສະແດງຄວາມສາມາດໃນດ້ານສີລະປະ ຕອບສະໜອງ ເຖິງວຽກງານສີລະປະສຶກສາທີ່ທາງກະຊວງສຶກສາທິການ ແລະ ກິລາໄດ້ວາງອອກ. ກິດຈະກຳປະກວດຮ້ອງເພງສາກົນຄັ້ງເປັນການພິສູດຄວາມສາມາດຂອງນັກສຶກສາ ດ້ານການຮ້ອງເພງ ແລະ ດ້ານພາສາອັງກິດ ເຊິ່ງເປັນຈຸດຫຼັກຂອງວິທະຍາໄລ ລາວ-ທ໊ອບ. ກຳນົດການ ຮັບສະມັກ: ວັນທີ 25 ຕຸລາ ຫາ 7 ພະຈິກ 2018 ຮອບຄັດເລືອກ: ວັນທີ 9 ພະຈິກ 2018 ຮອບສຸດທ້າຍ: ວັນທີ 16 ພະຈິກ 2018 ເງື່ອນໄຂຜູ້ເຂົ້າສະມັກ ຜູ້ເຂົ້າສະມັກຕ້ອງເປັນນັກສຶກສາທີ່ກຳລັງສຶກສາຢູ່ທີ່ ວິທະຍາໄລ ລາວ-ທ໊ອບ ໃນສົກສຶກສາ 2018-2019 ນີ້ເທົ່ານັ້ນ…

read more