Teacher Training at Lao-Top College

ປິດບັ້ນເຝິກອົບຮົມຄູໄລຍະສັ້ນທີ່ວິທະຍາໄລ ລາວ-ທ໊ອບ

ປິດບັ້ນເຝິກອົບຮົມຄູໄລຍະສັ້ນ 3 ອາທິດ (120 ຊົ່ວໂມງ) ທີ່ວິທະຍາໄລ ລາວ-ທ໊ອບຕັ້ງແຕ່ວັນທີ 19 ທັນວາ 2016 ຫາ 5 ມັງກອນ 2016

ເພື່ອເປັນການຍົກລະດັບຄວາມສາມາດຂອງຄູ ທາງຄະນະອຳນວຍການວິທະຍາໄລ ລາວ-ທ໊ອບ ຈຶ່ງໄດ້ເຊີນວິທະຍາກອນ ຈຳນວນ 6 ທ່ານມາໃຫ້ຄວາມຮູ້ແກ່ຄູຂອງວິທະຍາໄລລາວ-ທ໊ອບ ເຊິ່ງມີຜູ້ເຂົ້າຮ່ວມ 12 ຄົນ ເປັນຍິງ 2 ຄົນ. ໂດຍຜ່ານການແລກປ່ຽນປະສົບການ ແລະ ໃຫ້ຄວາມຮູ້ຈາກວິທະຍາກອນຈາກ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເຫັນໄດ້ວ່າ ນັກສຳມະນາກອນຂອງພວກເຮົາໄດ້ມີຄວາມຮູ້ຄວາມສາມາດໃນການສິດສອນເພີ່ມຂຶ້ນເພາະໄດ້ຄວາມຮູ້ ແລະ ແລກປ່ຽນປະສົບການກັບວິທະຍາກອນ

ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຮອງສາສະດາຈານ ວົງແສງເດືອນ ປະຊາສຸກ ເຈົ້າຂອງໂຄງການ ແລະ ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ພ້ອມດ້ວຍຄະນະອາຈານທີ່ເຂົ້າຮັບການເຝິກອົບຮົມ. ທ່ານ ນາງ ຮສ ວົງແສງເດືອນ ປະຊາສຸກ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນການເຝິກອົບຮົມໃຫ້ແກ່ຄູອາຈານຂອງວິທະຍາໄລ ລາວ-ທ໊ອບ ແລ້ວທ່ານຍັງໄດ້ປະກອບຄຳຄິດເຫັນອີກວ່າ ການສິດສອນຂອງຄູອາຈານໃນວິທະຍາໄລ ລາວ-ທ໊ອບຂອງພວກເຮົາແມ່ນເຮັດໄດ້ດີຫຼາຍ ແຕ່ຍັງຕ້ອງມີສິ່ງທີ່ປັບປຸງອີກບາງຢ່າງເຊັ່ນເລື່ອງການວາງແຜນການສອນ ຕາຕະລາງແຜນການສອນ ທີ່ຈະເປັນດັ່ງແຜນທີ່ເຮັດໃຫ້ເຮົາໄປຮອດຈຸດປະສົງການສອນຂອງພວກເຮົາ ແລະ ຈະເຮັດໃຫ້ນັກຮຽນໄດ້ຮັບຮູ້ເຖິງຈຸດປະສົງທີ່ແນ່ນອນຂອງພວກເຮົາໄດ້ ທ່ານຍັງໄດ້ຍໍ້າຕື່ມອີກວ່າ ສຳລັບການຈັດໂຄງການເຝິກອົບຮົມນີ້ ແມ່ນຢາກຈັດຂຶ້ນຢ່າງຕໍ່ເນື່ອງ ເພື່ອຈະໄດ້ມີການແລ້ວປ່ຽນປະສົບການອັນໃໝ່ໆໃນບັນດາວິຊາຊີບຄູດ້ວຍກັນ

ສຳລັບຄູຮັບເຊີນທ່ານໃດທີ່ຕ້ອງການຍົກລະດັບຄວາມຮູ້ດ້ານຈິດຕະວິທະຍາຄູ ແລະ ວິຊາຊີບຄູ ເພື່ອເປັນສິ່ງທີຢັ້ງຢືນໃຫ້ຕົນເອງ ກໍສາມາດຕິດຕໍ່ກັບຄະນະສຶກສາສາດໄດ້ ເຊິ່ງມີການເຝິກອົບຮົມຫຼັກສູດໄລຍະສັ້ນ ວັນເສົາ-ອາທິດ ຫຼື ສາມາດປະສານງານກັບທາງວິທະຍາໄລ ລາວ-ທ໊ອບເພື່ອຈະໄດ້ຈັດຫຼັກສູດຂຶ້ນໃຫ້ກັບບັນດາທ່ານ

Leave a Reply

Your email address will not be published. Required fields are marked *