ປິດບັ້ນເຝິກອົບຮົມຄູໄລຍະສັ້ນທີ່ວິທະຍາໄລ ລາວ-ທ໊ອບ ປິດບັ້ນເຝິກອົບຮົມຄູໄລຍະສັ້ນ 3 ອາທິດ (120 ຊົ່ວໂມງ) ທີ່ວິທະຍາໄລ ລາວ-ທ໊ອບຕັ້ງແຕ່ວັນທີ 19 ທັນວາ 2016 ຫາ 5 ມັງກອນ 2016 ເພື່ອເປັນການຍົກລະດັບຄວາມສາມາດຂອງຄູ ທາງຄະນະອຳນວຍການວິທະຍາໄລ ລາວ-ທ໊ອບ ຈຶ່ງໄດ້ເຊີນວິທະຍາກອນ ຈຳນວນ 6 ທ່ານມາໃຫ້ຄວາມຮູ້ແກ່ຄູຂອງວິທະຍາໄລລາວ-ທ໊ອບ ເຊິ່ງມີຜູ້ເຂົ້າຮ່ວມ 12 ຄົນ ເປັນຍິງ 2 ຄົນ. ໂດຍຜ່ານການແລກປ່ຽນປະສົບການ ແລະ ໃຫ້ຄວາມຮູ້ຈາກວິທະຍາກອນຈາກ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເຫັນໄດ້ວ່າ ນັກສຳມະນາກອນຂອງພວກເຮົາໄດ້ມີຄວາມຮູ້ຄວາມສາມາດໃນການສິດສອນເພີ່ມຂຶ້ນເພາະໄດ້ຄວາມຮູ້ ແລະ ແລກປ່ຽນປະສົບການກັບວິທະຍາກອນ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຮອງສາສະດາຈານ ວົງແສງເດືອນ…

read more