ໃນວັນທີ 06/10/2012 ທີ່ຜ່ານມາ ໄດ້ມີພິທີມອບຮັບໃບປະກາສະນີຍາບັດໃຫ້ແກ່ບັນດິດໃໝ່ ຈຳນວນ 45 ທ່ານ ທີ່ວິທະຍາໄລ ລາວ-ທ໊ອບ. ຖືເປັນກຽດເຂົ້າຮ່ວມໂດຍທ່ານ ອານັນ ອາລຸນສະຫວັດ (ຮອງ ຫົວໜ້າສະພາທີ່ປຶກສາການສຶກສາພາກເອກະຊົນ), ທ່ານ ກວັນ ຢຸງ ວຸກ (ອຳນວຍການວິທະຍາໄລ ລາວ-ທ໊ອບ), ບັນດາໂຕແທນຈາກວິທະຍາໄລ ຕ່າງໆທີ່ຖືກຮັບເຊີນ ແລະ ພໍ່ແມ່ຜູ່ປົກຄອງຂອງບັນດິດໃໝ່.

ທ່ານ ກວັນ ຢຸງ ວຸກ ໄດ້ຂຶ້ນກ່າວຂໍຂອບໃຈ ບັນດາແຂກທີ່ເຂົ້າຮ່ວມ ແລະ ບັນດາອາຈານ ຮ່ວມໄປເຖິງບັນດານັກສຶກສາທີ່ຮຽນຈົບແລ້ວ ແລະ ກຳລັງສຶກສາຢູ່ ທ່ານໄດ້ກ່າວວ່າ ໃບ​ປະກາສະນີຍະບັດ​ເປັນ​ປະຕູ​ສຸດ​ທ້າຍທີ​ຈະ​ກ້າວ​ອອກ​ສູ່​ສັງຄົມ ​ແລະ ​ໃນ​ເວລາ​ດຽວກັນ​ກໍ​ເປັນ​ບາດກ້າວ​ທຳ​ອິດ​​ໃນ​ການ​ລິ​ເລີ່​ມເຮັດ​ວຽກຮ່ວມ​ກັນ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ ຄວາມຫວັງຂອງທ່ານແມ່ນ ຫວັງໃຫ້ບັນດາບັນດິດໃໝ່ເຮັດໃຫ້ດີທີ່ສຸດ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເທື່ອລະກ້າວ

ຕໍ່ມາ ທ່ານ ອານັນ ອາລຸນສະຫວັດ ໄດ້ຂຶ້ນກ່າວຄຳໂອວາດໃຫ້ແກ່ບັນດາບັນດິດໃໝ່ “ການສຶກສາ ເປັນສິ່ງທີ່ສຳຄັນ ບໍ່ວ່າຈະຢູ່ແຫ່ງຫົນໃດ ກໍຕ້ອງມີການສຶກສາຢູ່ຕະຫຼອດເວລາ ຢາກໃຫ້ບັນດານັກສຶກສາທີ່ຈົບໃໝ່ນີ້ ຕັ້ງໃຈສຶກສາຂຶ້ນໄປຕື່ມ ເພື່ອເພີ່ມພູນຊັບພະຍາກອນມະນຸດຂອງປະເທດລາວ ແລະ ຢາກຮຽກຮ້ອງເຖິງສະຖາບັນການສຶກສາ ໃຫ້ເອົາໃຈໃສ່ປັບປຸງວຽກງານບັນຫາການສຶກສາທີ່ຍັງຄົງຄ້າງໃຫ້ລຸລ່ວງ ເພື່ອພັດທະນາລະບົບການສຶກສາຂອງສະຖາບັນ“

ໃນງານຍັງມີການສະແດງຟ້ອນຈາກຄະນະສິລະປະດົນຕີຂອງວິທະຍາໄລ ລາວ-ທ໊ອບໃນບົດເພງ ຊາດລາວ ເຜົ່າລາວ, ການຮ່ວມຮ້ອງເພງປະສານສຽງຂອງບັນດິດໃໝ່ ໃນບົດເພງ Graduation Tears ແລະ ເພງ ບຸນຄຸນຄູ ນຳຮ້ອງໂດຍ ນາງ ວຽງສະຫວັນ ທັນນະວົງສາ (ນັກສຶກສາ ປີທີໜຶ່ງ ຂອງວິທະຍາໄລ ລາວ-ທ໊ອບ) ພ້ອມດ້ວຍການຮ້ອງປະສານສຽງຂອງບັນດິດໃໝ່. ນອກຈາກນັ້ນ ຍັງມີນັກສຶກສາຮຸ່ນນ້ອງຂຶ້ນອ່ານສານອວຍພອນໃຫ້ກັບນັກສຶກສາທີ່ຈົບໃໝ່

 

Leave a Reply

Your email address will not be published. Required fields are marked *