
ໃນວັນທີ 14/06/2016 ທີ່ທະນາຄານ ຮ່ວມພັດທະນາ ໄດ້ມີການເຊັ່ນສັນຍາປະຕິບັດໂຄງການ ກອງທຶນກູ້ຢືມ ເພື່ອການສຶກສາ.
ໂດຍມີທ່ານ ກວັນ ຢຸງ ວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ສູນທອນ ຈັນທະວົງ ອຳນວຍການ ທະນາຄານ ຮ່ວມພັດທະນາ ໄດ້ເປັນຜູ້ຮ່ວມລົງນາມໃນໂຄງການ ທຶນກູ້ຢືມເພື່ອການສຶກສາ ເຊິ່ງຈັດຕັ້ງຂຶ້ນເປັນຄັ້ງທຳອິດໃນປະເທດລາວ ແລະ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຮັບກຽດເຂົ້າຮ່ວມໂຄງການເປັນສະຖາບັນສຶກສາແຫ່ງທຳອິດ ດ້ວຍເລັງເຫັນເຖິງຄວາມສຳຄັນ ຂອງການສຶກສາ ແລະ ຄວາມທຸກຍາກຂາດເຂີນຂອງນັກສຶກສາບາງທ່ານທີ່ຮຽນດີ ແຕ່ບໍ່ມີເງື່ອນໄຂພຽງພໍທີ່ຈະສຶກສາໃນລະດັບວິທະຍາໄລ. ທ່ານ ກວັນ ຢຸງ ວຸກ ຈຶ່ງຕັດສິນໃຈເຂົ້າຮ່ວມໂຄງການ ທີ່ທະນາຄານຮ່ວມພັດທະນາ ໄດ້ສະເໜີເຂົ້າມາ ເພື່ອເປັນການເສີມສ້າງຊັບພະຍາກອນມະນຸດເພື່ອອອກມາຮັບໃຊ້ປະເທດຊາດຢ່າງມີປະສິດຕິພາບ

