Lao-Top College Battle of The Bands 2013

ດາວໂຫຼດໃບສະໝັກທີ່http://laotop.net/battle_of_the_bands_application_form.docx

 

ເງື່ອນໄຂຂອງຜູ້ເຂົ້າປະກວດ

–       ຈຳນວນສະມາຊິກ​ບໍ່​ໃຫ້​ກາຍ​ 6 ຄົນ

–       ສະມາຊິກ​ໃນ​ວົງ​ຕ້ອງ​ເປັນ​ຄົນ​ດຽວ​ກັນ​ຕັ້ງ​ແຕ່​ຮອບ​ຂັດ​ເລືອກ​ຈົນ​ເຖິງ​ຮອບຕັດສິນ

–       ບໍ່​ຢູ່​ໃນ​ສັງກັດ​ຄ້າຍ​ເພງ​ໃດໜຶ່ງ

–       ມີ​ອາຍຸ​ແຕ່13-25 ປີ

–       ບໍ່​ແມ່ນ​ນັກ​ດົນຕີ​ອາຊີບ​ທີ່​ຫຼິ້ນຢູ່​ຮ້ານ​ບັນ​ເທີ​ງຕ່າງໆ

ຂັ້ນຕອນການສະໝັກ

–       ດາວ​ໂຫຼດ​ແບບ​ຟອມສະໝັກຈາກ​ເວັບ www.laotop.netຫຼື ​ເຂົ້າມາ​ເອົາ​​ໃບ​ສະໝັກທີ່​ວິທະຍາ​ໄລ ລາວ-ທ໊ອບ

–       ຍື່ນ​ໃບ​ສະໝັກດ້ວຍ​ຕົນ​ເອງທີ່ ​ວິທະຍາ​ໄລ ລາວ-ທ໊ອບ ຫຼື ສົ່ງ​ໃບ​ສະໝັກມາ​ທາງ​ອີ​ເມ​ວ info@laotop.netພາຍ​ໃນ​ວັນສຸກ ​ທີ 19/07/2013  ​ໃນ​ໂມງ​ລັດຖະການ.

–       ​ໃນ​ໃບ​ສະໝັກຕ້ອງ​ສົ່ງ​ລິ້ງວິ​ດີ​ໂອdemo ​ເພງ​ທີ່​ຈະ​ສົ່ງ​ເຂົ້າປະ​ກວດ1 ​ເພງ(​ເພງ​ລາວຫຼືສາກົນກໍ​ໄດ້)

​ກຳນົດການຂັດ​ເລືອກ ​ແລະ ການ​ປະ​ກວດ

–       ຄະນະ​ກຳມະການ​ຈະ​ຂັດ​ເລືອກ​ຜູ້​ເຂົ້າປະ​ກວດ​ 15 ວົງ ຈາກ​ວິ​ດີ​ໂອ demo ທີ່​ຜູ້​ເຂົ້າປະ​ກວດ​ສົ່ງ​ເຂົ້າມາ

–       ​​ວັນ​ທີ22/07/2013 ​ເປັນ​ວັນ​ປະກາດ​ຜົນ​ຜູ້​ທີ່​ຜ່ານ​ການ​ຂັດ​ເລືອກສາມ​າດຕິດຕາມ​​ໄດ້​ໃນ​​ເວັບ​ໄຊwww.laotop.netຫຼືwww.facebook.com/laotop​ແລະຈະ​​ໂທ​ແຈ້ງ​ຫາ​ວົງ​ທີ່​ໄດ້​ຮັບ​ການ​ຂັດ​​ເລືອກ​ໃຫ້​ເຂົ້າ​ແຂ່ງຂັນ

–       ວັນ​ທີ23/07/2013 ​ເປັນ​ວັນ​ເອີ້ນ​ລວມຜູ້​ເຂົ້າຮອບ​ຕັດສິນ​​ແຕ່​ລະ​ວົງໃຫ້​ສົ່ງ​ໂຕ​ແທນຂົງ​ວົງ​ມາ​ເພື່ອ​ຮັບ​ຟັງ​ລະບຽບ​ ​ແລະຫຼັກ​ເກນຕ່າງໆ​ໃນ​ການ​ແຂ່ງຂັນ

–       ວັນ​ທີ27/07/2013 ​ເປັນ​ວັນ​ແຂ່ງຂັນ​ສ່ວນສະຖານ​ທີ່​ແຂ່ງຂັນ​​ແມ່ນຈະ​ແຈ້ງ​ໃຫ້​ຮູ້ພາຍຫຼັງຈາກ​ຮູ້​ຜົນ​ການ​ຂັດ​ເລືອກອີງ​ຕາມ​ສະພາບ​ອາກາດ​ໃນ​ມື້ຕັດສິນ

​ຫຼັກເກນການຂັດ​ເລືອກ ​ແລະ ການ​ປະ​ກວດ

–       ​ການ​ແຂ່ງຂັນ​ຮອບ​ຕັດສິນ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ເສົາ ທີ 29/07/2013 ​ເວລາ 17:00 ວົງ​ທີ່​ໄດ້​ເຂົ້າຮອບ​ຕັດສິນ​ຈະ​ຕ້ອງ​ມາລາ​ຍງານ​ໂຕ​ເພື່ອ​ຈັບ​ສະຫຼາກລຳດັບການ​ຂຶ້ນສະ​ແດງ​​ໃນ​ເວລາ 15:00 ທີ່​ກອງ​ອຳນວຍ​ການ​ປະ​ກວດ

–       ເພງ​ທີ່​ໃຊ້​ເຂົ້າ​ໃນ​ການ​ປະ​ກວດ​ໃນ​ຮອບ​ຕັດສິນຕ້ອງ​ມີ​ 2 ເພງ ​ເພງ​ລາວ 1 ​ເພງ ​ແລະ ສາກົນ 1 ​ເພງ​, ​ເຊິ່ງ​​ໃນ​ນັ້ນຕ້ອງ​​ມີ​ເພງ​ຈາກ demo ທີ່​ສົ່ງ​ມາ ​​ແລະ ທັງ​ສອງ​ເພງ​ນັ້ນ ຕ້ອງ​ເປັນ​ເພງ​ທີ່​ນຳ​ມາ cover ຫ້າມ​ເປັນ​ເພງ​ທີ່​ແຕ່ງ​ຂຶ້ນ​ເອງ

–       ການ​ປະ​ກວດ​ແມ່ນ​ໃຊ້​ເຄື່ອງ​ດົນ​ຕີ​ສົດ​ທັງໝົດ

–       ອຸປະກອນ​ພື້ນຖານ​ທີ່​ທາງ​ວິທະຍາ​ໄລ​ກຽມ​ໄວ້​ໃຫ້​ມີກອງ​ຊຸດ, ຂາຕັ້ງຄີບ​ອດ, ​ແອັມ​ເບ​ສ, ​ແອັມກີ​ຕ້າ, ​ໄມ​ຮ້ອງ

ໝາຍ​ເຫດ: ຜູ້​ທີ່​ຜ່ານ​ເຂົ້າ​ຮອບ​ຕັດສິນຈະ​ຕ້ອງ​ໄດ້​ເສຍ​ຄ່າ​ທຳນຽມ​ວົງ​ລະ100,000 ກີບ

Leave a Reply

Your email address will not be published. Required fields are marked *