ານ​ແຂ່ງຂັນ​ຟ້ອນລຳວົງ​ລາວ 5 ຈັງຫວະ​ພື້ນຖານ​ເພື່ອ​ຊິງ​ຂັນ​ທ່ານ​ເລຂາ​ຄະນະ​ບໍລິຫານ​ງານ ສູນ​ການ ຊປປລ ຄັ້ງທີ 8

 

 

ໃນ​ວັນ​ທີ 31/05/2013 ຈຸດປະສົງເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VI ຂອງຜູ້​ແທນ​ຊາວໜຸ່ມທົ່ວ​ປະ​ເທດ ​​ແລະ ​ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນ​ສ້າງຕັ້ງຄະນະ​ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 58 ປີ (14/04/1955- 14/04/2013)

​ເປົ້າໝາຍ​ເພື່ອ​ປູ​ກຈິດ​ສຳ​ນຶກ​ກ່ຽວ​ກັບ​ສີ​ລະ​ປະ​ຊຶ່ງ​ເປັນ​ເອກະລັກ​ຂອງ​ຊາດ ​ໃຫ້​ຊາວໜຸ່ມບັນດາ​​ເຜົ່າ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກຕ້ອງ, ຮູ້​ອະນະ​ຮັກ ​ແລະ ສົ່ງ​ເສີມ​ສີ​ລະ​ປະວັດ​ທະນະ​ທຳ​ອັນ​ດີງາມ​ຂອງ​ຊາດ. ​ເພື່ອ​ສ້າງ​ເວທີ​ໃຫ້​ຊາວໜຸ່ມ​ໄດ້​ສະ​​ແດງ​ອອກ​ໃນ​ດ້ານ​ສີ​ລະ​ປະ, ທັກ​ສະ, ພອນ​ສະຫວັນ ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ໃນໝູ່ຊາວໜຸ່ມ-​ເຍົາວະ​ຊົນ ​ແລະ ນຳ​ໃຊ້​ເວລາ​ຫວ່າງ​​ໃຫ້​ເປັນ​ປະ​ໂຫຍ​ດ.

​​ຜູ້​ເຂົ້າ​ແຂ່ງຂັນ:

1.   ​ໂຮງຮຽນ ມ.ສ ວຽງ​ຈັນ

2.   ມະຫາວິທະຍາ​ໄລ ​ແຫ່ງ​ຊາດ

3.   ວິທະຍາ​ໄລ ​ເຕັກນິ-ປາກ​ປ່າ​ສັກ

4.   ວິທະຍາ​ໄລ ລາວ-ທ໊ອບ

5.   ວິທະຍາ​ໄລ ​ເຕັກນິກ ສັບພະ​ວິຊາ

6.   ວິທະຍາ​ໄລ ສຸກ​ສະຫວັດ

7.   ວິທະຍາ​ໄລ ຊະນະ​​ໄພ

8.   ກອງ​ອາສາ​ສະໝັກຊາວໜຸ່ມຕະລຸມບອນ​ວິທະຍາ​ໄລ​ແຫ່ງ​ຊາດ

ຈັງ​ວະ​ທີ່​ໃຊ້​ເຂົ້າ​ໃນ​ການ​ແຂ່ງຂັນ​ມີ

1.   ຈັງ​ຫວະ ​ເຊີນຊວນ (​ເພງ ມ່ວນ​ແທ້​ບ້ານ​ເຮົາ)

2.   ຈັງຫວະ ລຳ​ຕັ່ງ​ຫວາຍ (​ເພງ ລຳ​ຕັ່ງ​ຫວາຍ)

3.   ຈັງ​ຫວະ ສະຫຼັບຟັນ​ປາ (​ເພງ ສຽງ​ເຕີ້ຍ​ຈາກ​ທົ່ງ​ນາ)

4.   ຈັງຫວະ ສາລະ​ວັນ ​(​ເພງ ລຳ​ສາລະ​ວັນ)

5.   ຈັງຫວະ ສອນ​ກຸ້ງ (​ເພງ ອ້າຍ​ຊ່າງ​ແຊງ)

ຜ່ານ​ການ​ແຂ່ງຂັນ ​ເຫັນ​ວ່າ​ບັນດາ​ວິທະຍາ​ໄລ ຕ່າງໆ ຕ່າງ​ກໍ​ສະ​ແດງ​ອອກ​ຢ່າງ​ສຸດ​ຄວາມ​ສາມາດ ​ເພື່ອ​ຍາດ​ເອົາ​ລາງວັນ​ທີໜຶ່ງ ​​ເຊິ່​ງ​ເຮັດ​ໃຫ້​ຄະນະ​ກຳມະການໜັກ​ໃຈ​ໄປ​ຕາມໆກັນ ​ແຕ່​ສຸດທ້າຍ​ຜົນ​ປະກາດ​ອອກ​ມາ​ແມ່ນ

–    ທີໜຶ່ງ ວິທະຍາ​ໄລ ​ເຕັກນິກ ປາກ​ປ່າ​ສັກ

–    ທີ​ສອງ ວິທະຍາ​ໄລ ລາວ-ທ໊ອບ

–    ທີ​ສາມ ມະຫາວິທະຍາ​ໄລ​ແຫ່ງ​ຊາດ

–    ລາງວັນ​ຊົມ​ເຊີຍ ​ໂຮງຮຽນ ມ.ສ ວຽງ​ຈັນ

 

Leave a Reply

Your email address will not be published. Required fields are marked *