ເພື່ອເປັນການຮັກສາສຸຂະພາບ ແລະ ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງບັນດາຄູອາຈານພາຍໃນວິທະຍາໄລ ລາວ-ທ໊ອບ. ໃນວັນທີ 24/05/2013 ທີ່ຜ່ານມາ ໄດ້ມີການແຂ່ງຂັນກິລາບານເຕະລະຫວ່າງທີມຄູປະຈຳ ແລະ ຄູຮັບເຊີນ. 

   ຜົນການແຂ່ງຂັນປະກົດວ່າທີມຄູປະຈຳຊະນະ ຄູຮັບເຊີນໄປ 6 ຕໍ່ 1. ໂດຍຜູ່ທີ່ຍິງປະຕູໄຊທຳອິດໃຫ້ທີມຄູປະຈຳແມ່ນອາຈານ ແລັດ ເຊິ່ງເພິ່ນໃນເກມເພິ່ນຍິງໄດ້ທັງໝົດ 4 ປະຕູ, ອາຈານ ວິ 1 ປະຕູ, ອາຈານ ເລດ 1 ປະຕູ. ສ່ວນທາງຝັ່ງຂອງຄູຮັບເຊີນແມ່ນອາຈານ ສຸລິພົນ ທີ່ເປັນຜູ້ຍິງປະຕູ ຕີໄຂ່ແຕກໄດ້. 

ໃນເກມການແຂ່ງຂັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມິດຕະພາບທີ່ບັນດາຄູອາຈານທີ່ມີໃຫ້ກັນ

   ນອກຈາກບັນດາຄູອາຈານແລ້ວ ຍັງມີນ້ອງໆນັກສຶກສາຈຳນວນໜຶ່ງເຂົ້າຮ່ວມເຊຍໃນການແຂ່ງຂັນຄັ້ງນີ້ ເຊິ່ງເປັນສີສັນໃຫ້ກັບການແຂ່ງຂັນ ມີທັງມິຕະພາບ ເຊິ່ງຫວັງຢ່າງຍິ່ງວ່າການແຂ່ງຂັນຊຸດໜ້າ ຈະມີນ້ອງໆນັກສຶກສາເຂົ້າຮ່ວມເຊຍຫຼາຍກວ່ານີ້.

 

 

 

 

Leave a Reply

Your email address will not be published. Required fields are marked *