Lao-Top College Computer Engineering Course Discussion

ວິທະຍາໄລ ລາວ-ທ໊ອບ ໄດ້ວາງແຜນເປີດຫຼັກສູດວິສະວະກຳຄອມພິວເຕີ ເມືອທ້າຍປີກ່ອນ ເຊິ່ງໄດ້ທຳການຈັດຕັ້ງປະຕິບັດຂຽນຫຼັກສູດ ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ຄູ-ອາຈານ ພະນັກງານບໍລິຫານ ເຊິ່ງທັງຄວາມຮູ້ ຄວາມສາມາດ ທາງດ້ານວິສະວະກຳຄອມພິວເຕີ ເພື່ອມາສ້າງຊັບພະຍາກອນມະນຸດ.

ຈຸດປະສົງໃນການສ້າງຫຼັກສູດ

ເພື່ອສ້າງໃຫ້ຊັບພະຍາກອນມະນຸດດ້ານການພັດທະນາໂປຣແກຣມ ຮູ້ຈັກການຂຽນໂປຣແກຣມ, ການພັດທະນາເວັບໄຊ ແລະ ການອອກແບບສື່ສິ່ງພິມ. ແຕ່ສິ່ງທີ່ເນັ້ນໜັກທີ່ສຸດ ແມ່ນເຮັດໃຫ້ຜູ້ທີ່ເຂົ້າຮັບການສຶກສາໄດ້ຮູ້ ແລະ ເຂົ້າໃຈເຖິງລະບົບການພັດທະນາໂປຣແກຣມບໍ່ວ່າຈະເປັນ VB.net, C++, Java, PHP ແລະ ອື່ນໆ.

ອີກຢ່າງແມ່ນເພື່ອສຸມໃສ່ການສ້າງບຸກຄະລາກອນເພື່ອຕ້ອນຮັບການເຂົ້າເປັນປະຊາຄົມອາຊຽນໃນປີ 2015 ທີ່ຈະມາເຖິງນີ້

 

ໃນວັນທີ 23/05/2013 ເວລາ 9:00 ບັນດາຄະນະຜູ້ກວດກາຄວາມພ້ອມໃນການເປີດຫຼັກສູດ ວິສະວະກຳຄອມພິວເຕີ ຈາກກົມອາຊີວະສຶກສາ ນຳໂດຍ ທ່ານ.ໂພໄຊ ບູລົມ (ຫົວໜ້າພະແນກ) ພ້ອມດ້ວຍຄະນະຄື: ທ່ານ. ນາງ. ຄຳເມີງ ຫອມສົມບັດ, ທ່ານ ນາງ.ທິບພາພອນ ວົງໄຊ, ທ່ານ ອຳໄພ ລຸຂະວົງ ສ່ວນທາງວິທະຍາໄລ ລາວ-ທ໊ອບມີທ່ານ. ລຳໄພ ຂຸນດາວົງ, ທ່ານ ພັນທະວິໄລ ນວນຫຸ່ນ, ທ່ານ. ພູມມະເດດ ສີສານ ແລະ ທ່ານ ສົມປະສົງ ວົງຖາວອນ. ຄະນະໄດ້ລົງມາກວດກາປະເມີນຜົນ ທາງດ້ານຫຼັກສູດ, ຄູ-ອາຈານ, ຕຳລາການສິດສອນ ແລະ ປັດໄຈອື່ນໆ. ຜ່ານການກວດສອນຂອງບັນດາຄະນະ ກໍເຫັນໄດ້ວ່າ ວິທະຍາໄລ ລາວ-ທ໊ອບຂອງພວກເຮົາມີຄວາມພ້ອມທຸກຢ່າງ ບໍ່ວ່າຈະເປັນຫຼັກສູດ, ຄູ-ອາຈານ, ຕຳລາການສິດສອນ ແລະ ອຸປະກອນທີ່ຮັບໃຊ້ເຂົ້າໃນການຮຽນ-ການສອນ. ສ່ວນຂໍ້ຄົງຄ້າງບາງດ້ານກໍແມ່ນການປັບປຸງເອກະສານຫຼັກສູດໃຫ້ດີຍິ່ງຂຶ້ນ.

 

ດັ່ງນັ້ນ, ວິທະຍາໄລ ລາວ-ທ໊ອບ ກໍພ້ອມແລ້ວທີ່ຈະສ້າງຊັບພະຍາກອນມະນຸດທາງດ້ານວິສະວະກຳຄອມພິວເຕີອອກສູ່ສັງຄົມ ແລະ ຫວັງຢ່າງຍິ່ງວ່າ ບັນດານ້ອງໆນັກຮຽນມັດທະຍົມຕອນປາຍ ທີ່ສົນໃຈຢາກຮຽນຫຼັກສູດວິສະວະກຳຄອມພິວເຕີ ຈະເບິ່ງວິທະຍາໄລ ລາວ-ທ໊ອບເປັນອີກໂຕເລືອກໜຶ່ງທີ່ຢູ່ໃນໃຈ.

Leave a Reply

Your email address will not be published. Required fields are marked *