ອີງຕາມການປະຕິບັດໃຫ້ບັນລຸໝາກຜົນຂອງການສຶກສາ ແລະ ແຜນການສຶກສາຂອງກະຊວງສຶກສາໄດ້ວາງອອກ

ແລະ ເພື່ອຕອບສະໜອງການຂະຫຍາຍຕົວຂອງຈຳນວນນັກສຶກສາ ໂດຍສະເພາະແມ່ນຂອງເຂດນະຄອນຫຼວງ. 

ວິທະຍາໄລ ລາວ-ທ໊ອບໄດ້ສ້າງຫ້ອງຮຽນຕື່ມອີກຈຳນວນ 5 ຫ້ອງ ເພື່ອຮັບໃຊ້ເຂົ້າໃນການສິດສອນ ຂອງວິທະຍາໄລ. ຕາມແຜນການຂອງ

ວິທະຍາໄລ ໄດ້ວາງອອກ ແມ່ນ ຮອງຮັບຫຼັກສູດປະລິນຍາຕີບໍລິຫານທຸລະກິດ ແລະ ຫຼັກສູດຊັ້ນສູງວິສະວະກຳຄອມພິວເຕີ ທີ່ຈະໄດ້ເປີດໃນສົກສຶກສາ 2013-2014 ນີ້. 

ການຂະຫຍາຍ ຈຳນວນຫ້ອງນີ້ຖືເປັນບາດກ້າວສຳຄັນຂອງວິທະຍາໄລ ເນື່ອງຈາກມັນສະແດງໃຫ້ເຫັນເຖິງການຂະຫຍາຍໂຕຂອງວິທະຍາໄລເອງ ດ້ວຍຄຸນພາບຂອງຫຼັກສູດການສິດສອນເຊິ່ງມີສື່ການສອນແບບຕ່າງໆ ຕະຫຼອດຈົນອາຈານຜູ້ເຕັມໄປດ້ວຍປະສົບການ ຈຶ່ງເຮັດໃຫ້ຈຳນວນນັກສຶກສາຂະຫຍາຍໂຕໄວຂຶ້ນ.

ວິທະຍາໄລ ເລີ່ມເປີດເດືອນ 7 ປີ 2007 ທີ່ບ້ານສະພານທອງກາງ ແລະ ໄດ້ເລີ່ມສ້າງອາຄາຫຼັງໃໝ່ໃນປີ 2009 ເຊິ່ງສຳເລັດໃນປີ 2010 ແລະ ເລີ່ມການສິດສອນໃນເດືອນ 4/2010 ໃນອາຄານຫຼັງໃໝ່. ປະຈຸບັນມີນັກຮຽນນັກສຶກສາທັງໝົດ 700 ກວ່າຄົນ ແລະ ຄາດວ່າຈະມີ 1,000 ພາຍໃນສົກສຶກສາ 2013-2014.

 

Leave a Reply

Your email address will not be published. Required fields are marked *