ອີງຕາມການປະຕິບັດໃຫ້ບັນລຸໝາກຜົນຂອງການສຶກສາ ແລະ ແຜນການສຶກສາຂອງກະຊວງສຶກສາໄດ້ວາງອອກ ແລະ ເພື່ອຕອບສະໜອງການຂະຫຍາຍຕົວຂອງຈຳນວນນັກສຶກສາ ໂດຍສະເພາະແມ່ນຂອງເຂດນະຄອນຫຼວງ.  ວິທະຍາໄລ ລາວ-ທ໊ອບໄດ້ສ້າງຫ້ອງຮຽນຕື່ມອີກຈຳນວນ 5 ຫ້ອງ ເພື່ອຮັບໃຊ້ເຂົ້າໃນການສິດສອນ ຂອງວິທະຍາໄລ. ຕາມແຜນການຂອງ ວິທະຍາໄລ ໄດ້ວາງອອກ ແມ່ນ ຮອງຮັບຫຼັກສູດປະລິນຍາຕີບໍລິຫານທຸລະກິດ ແລະ ຫຼັກສູດຊັ້ນສູງວິສະວະກຳຄອມພິວເຕີ ທີ່ຈະໄດ້ເປີດໃນສົກສຶກສາ 2013-2014 ນີ້.  ການຂະຫຍາຍ ຈຳນວນຫ້ອງນີ້ຖືເປັນບາດກ້າວສຳຄັນຂອງວິທະຍາໄລ ເນື່ອງຈາກມັນສະແດງໃຫ້ເຫັນເຖິງການຂະຫຍາຍໂຕຂອງວິທະຍາໄລເອງ ດ້ວຍຄຸນພາບຂອງຫຼັກສູດການສິດສອນເຊິ່ງມີສື່ການສອນແບບຕ່າງໆ ຕະຫຼອດຈົນອາຈານຜູ້ເຕັມໄປດ້ວຍປະສົບການ ຈຶ່ງເຮັດໃຫ້ຈຳນວນນັກສຶກສາຂະຫຍາຍໂຕໄວຂຶ້ນ. ວິທະຍາໄລ ເລີ່ມເປີດເດືອນ 7 ປີ 2007 ທີ່ບ້ານສະພານທອງກາງ ແລະ ໄດ້ເລີ່ມສ້າງອາຄາຫຼັງໃໝ່ໃນປີ 2009 ເຊິ່ງສຳເລັດໃນປີ 2010 ແລະ ເລີ່ມການສິດສອນໃນເດືອນ 4/2010…

read more