ເທັກນິກຮຽນພາສາອັງກິດດ້ວຍຕົນເອງ ຈາກ ອາຈານ ລົດສະດາ ເປັນອາຈານສອນພາສາອັງກິດຫ້ອງ Foundation ທີ່ ວິທະຍາໄລ ລາວ-ທ໊ອບ ເພິ່ນໄດ້ແນະນຳໄວ້ 4 ເທັກນິກ ຈາກການ Live ສົດສຳພາດເມື່ອວັນທີ 6/2/2021 ທີ່ຜ່ານມາ.

ສ້າງສະພາບແວດລ້ອມທີ່ຕ້ອງໃຊ້ພາສາອັງກິດ

ໝັ່ນຟັງພາສາອັງກິດ

ຈົດຄຳສັບພາສາອັງກິດທີ່ໄດ້ຮຽນຮູ້

ຫາໂອກາດໃຊ້ງານຄຳສັບພາສາອັງກິດທີ່ໄດ້ຈົດໄວ້

1.ສ້າງສະພາບແວດລ້ອມທີ່ຕ້ອງໃຊ້ພາສາອັງກິດ: ອາດຈະເປັນການພາໂຕເອງໄປຢູ່ໃນສັງຄົມທີ່ໃຊ້ແຕ່ພາສາອັງກິດ ຫຼື ຊວນໝູ່ໃນຫ້ອງສົນທະນາກັນເປັນພາສາອັງກິດ ລວມໄປເຖິງໃຊ້ພາສາອັງກິດໃນຫ້ອງຮຽນເວລາຮຽນ.

2.ໝັ່ນຟັງພາສາອັງກິດ: ຟັງເພງ ຟັງຂ່າວ ຟັງ Podcast ກໍສາມາດເປັນການເຝິກພາສາ ແລະ ທັກສະການຟັງໄປໃນໂຕ ເຊິ່ງເຮົາສາມາດຟັງອັນໃດກໍໄດ້ຕາມທີ່ເຮົາມັກ ຂໍພຽງແຕ່ເປັນການໃຊ້ພາສາອັງກິດ.

ເຊິ່ງການຟັງນີ້ມັນກໍມີ 2 ແບບ. ແບບທຳອິດຟັງເພື່ອເອົາໄປເປັນບົດຮຽນ ຮຽນຮູ້ຄຳສັບໃໝ່ ຫຼື ຟັງເພື່ອຕອບຄຳຖາມໃນບົດຮຽນ. ສ່ວນແບບທີ 2 ແມ່ນຟັງເພື່ອຈຸດປະສົງໃດໜຶ່ງເຊັ່ນ ຟັງເພື່ອເອົາສຳນຽງ ຟັງເພື່ອໃຫ້ເກີດຄວາມເຄີຍຊິນ ເປັນຕົ້ນ.

3.ຈົດຄຳສັບພາສາອັງກິດທີ່ໄດ້ຮຽນຮູ້: ສາມາດໃຊ້ເຈ້ຍ Post-it ເພື່ອຕິດໃສ່ປະຕູ, ຝາເຮືອນ ຫຼື ບ່ອນໃດກໍໄດ້ທີ່ເຮັດໃຫ້ເຮົາເຫັນຄຳສັບນັ້ນເລື້ອຍໆ. ແຕ່ຖ້າຫາກບໍ່ຢາກລົງທຶນ ແລະ ບໍ່ຢາກເປື້ອນ ກໍໃຫ້ໃຊ້ແອັບບັນທຶກຢູ່ມືຖື ບໍ່ວ່າຈະເປັນ Quizlet, Google Keep, Evernote ເປັນຕົ້ນ

4.ຫາໂອກາດໃຊ້ພາສາອັງກິດທີ່ໄດ້ຈົດໄວ້: ອາດຈະເປັນການແຕ່ງປະໂຫຍກ ຫຼື ເອົາໄປໃຊ້ໃນສະຖານະການຕ່າງໆ ໃຫ້ເກີດການໃຊ້ງານ ແລະ ຄວາມເຂົ້າໃຈໃນຄຳສັບນັ້ນໆ. ຈະເຮັດໃຫ້ເຮົາຈື່ຄຳສັບນັ້ນໃນໄລຍະຍາວ. ສ່ວນວ່າຈະແຕ່ງຖືກຫຼືຜິດ ກໍສາມາດໃຫ້ອາຈານທີ່ຫ້ອງຮຽນສອນໄດ້.

ຖ້າຫາກວ່າໃຜທີ່ກຳລັງຊອກບ່ອນຮຽນພາສາອັງກິດຢູ່ ກໍສາມາດມາສະໝັກຮຽນໄດ້ທີ່ ວິທະຍາໄລ ລາວ-ທ໊ອບ ສອນຕັ້ງແຕ່ລະດັບເລີ່ມຕົ້ນ ຈົນເຖິງຂັ້ນສູງ.

Leave a Reply

Your email address will not be published. Required fields are marked *