5 ເທັກນິກຮຽນພາສາອັງກິດໃຫ້ເກັ່ງ ຈາກວິທະຍາໄລ ລາວ-ທ໊ອບ ທີ່ຈະຊ່ວຍພັດທະນາທັກສະພາສາອັງກິດໃຫ້ແກ່ທຸກໆຄົນ ທີ່ສົນໃຈໃນການຮຽນພາສາອັງກິດ

1.ຖາມໂຕເອງວ່າ ອາທິດທີ່ຜ່ານມາໄດ້ຮຽນຫຍັງແດ່?

2.ທວນຄືນບົດຮຽນຂອງມື້ນັ້ນກ່ອນເຂົ້ານອນ

3.ເວົ້າອອກສຽງເປັນພາສາອັງກິດ

4.ໝັ່ນຟັງພາສາອັງກິດ

5.ຫາໂອກາດໃຊ້ພາສາອັງກິດທັງອ່ານ/ຟັງ/ເວົ້າ

1.ຖາມໂຕວ່າ ອາທິດທີ່ຜ່ານມາໄດ້ຮຽນຫຍັງແດ່: ເວລາຮອດວັນອາທິດ ຖາມໂຕເອງຄືວ່າາເຮົາໄດ້ຮຽນຮູ້ຫຍັງແດ່ ເຊິ່ງກໍເປັນການທວນຄືນຄວາມຮູ້ທີ່ໄດ້ຮຽນມາ. ພ້ອມກັນນັ້ນ ຍັງເຮັດໃຫ້ເຮົາໄດ້ສຸມໃສ່ບົດຮຽນປະຈຳອາທິດ ບໍ່ວ່າຈະເປັນວິຊາໄວຍາກອນ, ຂຽນ, ອ່ານ ຫຼື ບົດເຝິກຫັດຕ່າງໆ. ອາດຈະຕັ້ງເປົ້າໝາຍໃຫ້ໂຕເອງ ເປັນປະຈຳອາທິດ ແລະ ຕິດຕາມຢ່າງສະໝໍ່າສະເໝີ ເຮົາກໍຈະເຫັນເລີຍວ່າເຮົາເກັ່ງພາສາອັງກິດຂຶ້ນເທື່ອລະເລັກ ເທື່ອລະນ້ອຍ.

2.ທວນຄືນບົດຮຽນຂອງມື້ນັ້ນກ່ອນເຂົ້ານອນ: ຈາກຜົນການວິໄຈສະແດງໃຫ້ເຫັນວ່າ ສະໝອງຂອງຄົນເຮົາຈະປະມວນຜົນຂໍ້ມູນ ທີ່ຫາກໍໄດ້ຮັບກ່ອນເຂົ້ານອນ  ເຊັ່ນ: ເຮົາອ່ານບົດຄວາມພາສາອັງກິດ ຫຼື ທວນຄືນວິຊາໃດໜຶ່ງ ແລ້ວເຂົ້ານອນທັນທີ ສະໝອງເຮົາກໍຈະຮັບຂໍ້ມູນເລົ່ານັ້ນໄປປະມວນຜົນ ໃນຂະນະທີ່ເຮົາກຳລັງຫຼັບ. ເຮັດໃຫ້ຕື່ນຂຶ້ນມາພ້ອມກັບຄວາມຮູ້ທີ່ມີຢູ່ໃນນັ້ນ.

3.ເວົ້າອອກສຽງເປັນພາສາອັງກິດ: ບໍ່ວ່າຈະເປັນການຮຽນໃນຫ້ອງ ຫຼື ເຮັດວຽກບ້ານຢູ່ເຮືອນກໍຕາມ ເຮົາຄວນຈະເຝິກອອກສຽງພາສາອັງກິດ ຢ່າງສະໝໍ່າສະເໝີ ເພື່ອເປັນການຄຸ້ນເຄີຍ ແລະ ຈົດຈຳບັນດາຄຳສັບຕ່າງໆ. ມັນຈະເຮັດໃຫ້ເຮົາໃຊ້ພາສາອັງກິດໂດຍອັດຕະໂນມັດ. ເຊັ່ນ ເຮົາອ່ານບົດຄວາມພາສາອັງກິດ ກໍໃຫ້ອ່ານອອກສຽງ ພ້ອມກັບເຝິກການສະກົດຄໍາໄປໃນໂຕ.

4. ໝັ່ນຟັງພາສາອັງກິດ: ນອກຈາກການເວົ້າແລ້ວ ການຟັງກໍເປັນອີກສິ່ງໜຶ່ງທີ່ສຳຄັນ ເຮັດໃຫ້ຫູຂອງເຮົາ ຄຸ້ນເຄີຍກັບພາສາ ຫຼື ສຳນຽງຂອງຕ່າງປະເທດ. ເຮົາສາມາດຟັງເພງ ຫຼື ​Podcast ພາສາອັງກິດໄປນຳ ແລ່ນອອກກຳລັງກາຍໄປນຳ ກໍໄດ້. ໝັ່ນຝັ່ງເລື້ອຍໆຈົນກາຍເປັນນິໄສ ແລະ ເປັນຄວາມເຄີຍຊິນທີ່ຈະຕ້ອງຟັງພາສາອັງກິດ ຍິ່ງຈະເຮັດໃຫ້ເຮົາເກັ່ງພາສາອັງກິດ ໄດ້ໄວຂຶ້ນກ່ອນເກົ່າ.

5.ຫາໂອກາດໃຊ້ພາສາອັງກິດ: ການໃຊ້ພາສາອັງກິດນີ້ ບໍ່ສະເພາະແຕ່ເວົ້າ ຫາກລວມໄປເຖິງການຂຽນ, ການອ່ານ ແລະ ການຟັງ. ກ່າວຄື, ເຮັດໃຫ້ພາສາອັງກິດເຂົ້າມາຢູ່ ໃນຊີວິດປະຈຳວັນຂອງເຮົາ ໝັ່ນໃຊ້ຕະຫຼອດ ກໍຈະເຮັດໃຫ້ເຮົາຍິ່ງເກັ່ງຂຶ້ນໄປອີກ. ເຊັ່ນ ເວລາຢູ່ໃນຫ້ອງຮຽນ ກໍໃຫ້ສົນທະນາກັນເປັນພາສາອັງກິດ, ກຸ່ມ Whatsapp/Wechat ຂອງຫ້ອງ ກໍໃຫ້ແຊັດລົມກັນ ເປັນພສາອັງກິດ ແລະ ດີໄປກວ່ານັ້ນແມ່ນ ຫາໂອກາດພົບກັບຄົນຕ່າງປະເທດ ຫຼາຍໆເຊື້ອຊາດເຜົ່າພັນ ເພື່ອໃຫ້ຄຸ້ນເຄີຍກັບສະນຽງ ຂອງແຕ່ລະທ້ອງຖິ່ນ.

ນັກສຶກສາຄິດວ່າ ເຮົາສາມາດທີ່ຈະພັດທະນາໂຕເອງໄດ້ບໍ່ ໂດຍສະເພາະຜູ້ທີ່ບໍ່ໝັ້ນໃຈໂຕເອງ ແມ່ນສາມາດນຳໃຊ້ເທັກນິກເລົ່ານີ້ໄດ້ ໄປພັດທະນາຕົນເອງໄດ້.

ເຮົາຄວນສຶກສາພາສາອັງກິດໃຫ້ດີເຂົ້າໄວ້ ເພາະຈະໄດ້ໃຊ້ໃນທຸກຂະແໜງອາຊີບ.

Leave a Reply

Your email address will not be published. Required fields are marked *