ເພື່ອ​ເປັນ​ການ​ເສີມ​ທັກ​ສະ​ຄວາມ​ຮູ້​ໃຫ້​ກັບ​ນັກ​ສຶກສາ​ໃນ​ການ​ອອກ​ແບບ​ຖານ​ຂໍ້​ມູນ ​ແລະ ​ການ​ສ້າງ​ເວັບ​ໄຊ໌ ນອກນັ້ນຍັງ​ເພື່ອ​ເປັນ​ການ​ສ້າງ​ກິດຈະກຳ​ໃໝ່ໆ​ໃນ​​ໂຮງຮຽນ​ເພື່ອ​ໃຫ້​ນັກ​ສຶກສາ​ໃຊ້​ເວລາ​ວ່າງ​ໃນ​ການ​ຊອກ​ຮູ້​ຮ່ຳ​ຮຽນ ທາງ​ພາກ​ວິຊາ​ຄອມ​ພິວ​ເຕີ​ຈຶ່ງ​ໄດ້​ເປີ​ດຊຸດ​ເຝິກ​ອົບຮົມ​ຂຶ້ນມາ​ເພື່ອ​ໃຫ້​ນັກ​ສຶກສາ ຕະຫຼອດ​ເຖິງ​ຄູ​ອາຈານ​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ ​ແລະ ​ໄດ້​ຄວາມ​ຮູ້​ໃນ​ງານ​ເຝິກອົບ​ຮົມ​ດັ່ງກ່າວ. ​ຊຸດ​ເຝິກອົບຮົມ​ໄດ້​ເປີດ​ເປັນ​ສອງ​ຊຸດ​ຄື: ·         ຊຸ​ດທີໜຶ່ງ​ແມ່ນ​ວັນ​ທີ 22/11/2013 ​ເປັນ​ຊຸດ​ເຝິກອົບຮົມ​ກ່ຽວ​ກັບ​ການ​ອອກ​ແບບ​ຖານ​ຂໍ້​ມູນ ​ເຊິ່ງ​ໄດ້​ຈັດ​ຂຶ້ນທີ່​ຫ້ອງ​ Computer 3 ​ເວລາ 19:30-20:30 ​ເນັ້ນ​ສຳລັບ​ນັກ​ສຶກສາ​ສາຍ​ຄອມ​ພິວ​ເຕີ ປີ​ທີ 2 ​​ເຊິ່ງມີ​ຜູ້​ເຂົ້າຮ່ວມ​ທັງໝົດ 15 ຄົນ​ເປັນ​ຍິງ 4 ຄົນ, ນອກ​ນັ້ນ ຍັງ​ມີ​ນັກ​ສຶກສາ​ສາຍ​ພາສາ​ອັງກິດ​ທີ່​ສົນ​ໃຈ​ເຂົ້າຮ່ວມ​ອີກ 3 ຄົນ ​ເປັນ​ຍິງ 0 ຄົນ. ·         ຊຸດ​ທີ​ສອງ​ແມ່ນ​ວັນ​ທີ 23/11/2013 ​ເປັນ​ຊຸດ​ເຝິກອົບຮົມ​ກ່ຽວ​ກັບ​ການສ້າງ​ເວັບ​ໄຊ໌ຢ່າງ​ງ່າຍດາຍ​ດ້ວຍ Joomla CMS ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຫ້ອງ Lecture ​​​ເວລາ…

read more

ພິທີມອບ-ຮັບປະກາສະນີຍະບັດໃຫ້ຜູ້ທີ່ສຳເລັດການສຶກສາໃນສົກສຶກສາ 2012-2013. ໃນນີ້ມີທັງພາກວິຊາພາສາອັງກິດ ຊັ້ນສູງ ແລະ ປະລິນຍາຕິ ລວມທັງພາກວິຊາຄອມພິວເຕີທຸລະກິດ ຊັ້ນສູງ. ພິທີຮັບແມ່ນໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດຫຼັກ6 ວັນທີ 18/10/2013 ເວລາ 14:00 ເຊິ່ງເປັນປະທານໂດຍ ທ່ານ ຄຳພອນ ໄຊຊົມພູ ຫົວໜ້າຫ້ອງການສະພາທີປຶກສາ ການສຶກສາພາກເອກະຊົນ ແລະ ທ່ານ ກວັນ ຢຸງ ວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ພ້ອມທັງໂຕແທນຈາກວິທະຍາໄລອ້ອມຂ້າງ ລວມທັງຄູອາຈານ ແລະ ພໍແມ່ຜູ້ປົກຄອງຂອງບັນດິດໃໝ່. ບັນດາຜູ້ທີ່ຮັັບໃບປະກາສະນີຍະບັດປະກອບມີ ປະລິນຍາຕີ:ພາສາອັງກິດ 5 ຄົນ, ຊັ້ນສູງພາສາອັງກິດ: 23 ຄົນ ແລະ ຊັ້ນສູງຄອມພິວເຕີີທຸລະກິດ 11 ຄົນ. ວິທະຍາໄລ…

read more

ເພື່ອເປັນການສະເຫຼືມສະຫຼອງວັນຄູແຫ່ງຊາດ ແລະ ເປັນການສ້າງຄວາມສາມັກຄີກັນພາຍໃນວິທະຍາໄລ ລະຫວ່າງຄູອາຈານ ແລະ ນັກສຶກສາ. ວິທະຍາໄລ ລາວ-ທ໊ອບເລີຍໄດ້ຈັດການແຂ່ງກິລາ ໂບລິ້ງຂຶ້ນ ເຊິ່ງໄດ້ຈັດຂຶ້ນທຸກໆປີໃນຊ່ວງວັນຄູແຫ່ງຊາດນີ້. ​ການແຂ່ງຂັນ ແມ່ນໄດ້ຈັດຂຶ້ນທີ່ສູນໂບລິ້ງລາວ ໂດຍມີອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼາຍ.   ການແຂ່ງຂັນໄດ້ແບບອອກເປັນ 3 ປະເພດຄື ປະເພດຍັງ ເງິນລາງວັນ 300,000 ກີບ, ປະເພດຊາຍ: ເງິນລາງວັນ 300,000 ກີບ ແລະ ປະເພດອາຈານ ເງິນລາງວັນ 300,000 ກີບ.       ສາມາດເຂົ້າເບິ່ງຮູບໄດ້ທີ່ facebook.com/laotop

read more

ໃນວັນທີ 06/09/2013 ທີ່ຜ່ານມາ ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາຫຼັກສູດເຊື່ອມຕໍ່ປະລິນຍາຕີ ພາສາອັງກິດ ຊຸດທີ I ແລະ ນັກສຶກສາຈາກ ຫຼັກສູດຊັ້ນສູງຄອມພິວເຕີທຸລະກິດ ທີ I ເຊັ່ນດຽວກັນ. ຖືເປັນກຽດເຂົ້າຮ່ວມພິທີຈາກກົມອາຊີວະສຶກສາ ແລະ ຫ້ອງການສະພາການສຶກສາພາກເອກະຊົນ ກໍເຂົ້າຮ່ວມ ຮ່ວມທັງບັນດານັກສຶກສາລຸ້ນຕໍ່ໄປທີ່ຈະ ຜ່ານບົດຈົບຊັ້ນ.    

read more

  ມະຫາວິທະຍາໄລ 4 ແຫ່ງຂອງລັດຖະບານລາວສາມາດຮອງ ຮັບນັກສຶກສາໃໝ່ໃນສົກຮຽນ 2013-2014 ນີ້ໄດ້ທັງໝົດບໍ່ເກີນ 9,950 ຄົນ ໃນຂະນະທີ່ລັດຖະມົນຕີ ກໍຢືນຢັນທີ່ຈະພັດທະນາ ຄຸນນະພາບການສຶກສາໃຫ້ສູງຂຶ້ນ. ກະຊວງສຶກສາທິການແລະກິລາຂອງລາວລາຍງານວ່າໃນສົກ ຮຽນປີ 2012-2013 ທີ່ຜ່ານມາມີນັກຮຽນທີ່ຜ່ານການສອບເສັງ ເພື່ອຈົບຊັ້ນມັດທະຍົມປາຍຈໍານວນທັງໝົດ 44,490 ຄົນ ຈາກຈໍານວນນັກຮຽນທີ່ສອບເສັງ ທັງໝົດ 45,226 ຄົນໃນທົ່ວປະເທດ ຫາກແຕ່ວ່າໃນຈໍານວນນັກຮຽນທີ່ຈົບຊັ້ນມັດທະຍົມ ປາຍດັ່ງກ່າວນີ້ກໍຈະມີພຽງແຕ່ 9,950 ຄົນເທົ່ານັ້ນ ທີ່ຈະມີໂອກາດໄດ້ສຶກສາຕໍ່ໃນມະຫາວິ ທະຍາໄລແຫ່ງຊາດທັງ 4 ແຫ່ງ ຂອງລັດຖະບານລາວ.   ຊຶ່ງກໍຄືມະຫາວິທະຍາໄລແຫ່ງຊາດຢູ່ນະຄອນວຽງຈັນຮັບນັກສຶກສາໃໝ່ໄດ້ທັງໝົດ 6,694 ຄົນ ສ່ວນມະຫາວິທະຍາໄລສະພານຸວົງຢູ່ຫຼວງພະບາງຮັບໄດ້ 1,1297 ຄົນ ສ່ວນມະຫາ ວິທະຍາໄລແຫ່ງຊາດຢູ່ແຂວງສະຫວັນນະເຂດກໍຮັບໄດ້ບໍ່ເກີນ 1,125…

read more

  ເປີດແລ້ວ ຫຼັກສູດພາສາອັງກິດສຳລັບນ້ອງໆນັກຮຽນລະດັບປະຖົມ ຫາ ລະດັບມັດທະຍົມທັງຕອນຕົ້ນ ແລະ ຕອນປາຍ ຫຼັກສູດຂອງພວກເຮົາເລີ່ມເປີດມາແຕ່ວັນທີ 17/06/2013 ທີ່ຜ່ານມາ. ໃນມື້ທຳອິດກໍເຫັນວ່າມີນັກຮຽນເຂົ້າມາສະໝັກຫຼາຍພໍສົມຄວນ  ໃນຫຼັກສູດ ນ້ອງໆຈະໄດ້ຮຽນ ພາສາອັງກິດ ນຳຄູລາວ ຄູຕ່າງປະເທດ ຄອມພິວເຕີ ພ້ອມທັງມີກິດຈະກຳຫຼາກຫຼາຍເພື່ອເສີມທັກສະການຮຽນຮູ້ໃຫ້ນ້ອງໄດ້ສຶກສາໃນຊ່ວງລະດູປິດພາກຮຽນນີ້. ເຖິງບັນດາພໍ່ແມ່ຜ້ປົກຄອງທີ່ສົນໃຈຢາກໃຫ້ຍົກລະດັບພາສາອັງກິດໃຫ້ລູກຕົນເອງກໍໂທມາສອບຖາຂໍ້ມູນໄດ້ທີ່ 021 353900-1 ຫຼື ຈະອີເມວ info@laotop.net  

read more

ດາວໂຫຼດໃບສະໝັກທີ່http://laotop.net/battle_of_the_bands_application_form.docx   ເງື່ອນ​ໄຂຂອງ​ຜູ້​ເຂົ້າປະ​ກວດ –       ຈຳນວນສະມາຊິກ​ບໍ່​ໃຫ້​ກາຍ​ 6 ຄົນ –       ສະມາຊິກ​ໃນ​ວົງ​ຕ້ອງ​ເປັນ​ຄົນ​ດຽວ​ກັນ​ຕັ້ງ​ແຕ່​ຮອບ​ຂັດ​ເລືອກ​ຈົນ​ເຖິງ​ຮອບຕັດສິນ –       ບໍ່​ຢູ່​ໃນ​ສັງກັດ​ຄ້າຍ​ເພງ​ໃດໜຶ່ງ –       ມີ​ອາຍຸ​ແຕ່13-25 ປີ –       ບໍ່​ແມ່ນ​ນັກ​ດົນຕີ​ອາຊີບ​ທີ່​ຫຼິ້ນຢູ່​ຮ້ານ​ບັນ​ເທີ​ງຕ່າງໆ ຂັ້ນຕອນ​ການສະໝັກ –       ດາວ​ໂຫຼດ​ແບບ​ຟອມສະໝັກຈາກ​ເວັບ www.laotop.netຫຼື ​ເຂົ້າມາ​ເອົາ​​ໃບ​ສະໝັກທີ່​ວິທະຍາ​ໄລ ລາວ-ທ໊ອບ –       ຍື່ນ​ໃບ​ສະໝັກດ້ວຍ​ຕົນ​ເອງທີ່ ​ວິທະຍາ​ໄລ ລາວ-ທ໊ອບ ຫຼື ສົ່ງ​ໃບ​ສະໝັກມາ​ທາງ​ອີ​ເມ​ວ info@laotop.netພາຍ​ໃນ​ວັນສຸກ ​ທີ 19/07/2013  ​ໃນ​ໂມງ​ລັດຖະການ. –       ​ໃນ​ໃບ​ສະໝັກຕ້ອງ​ສົ່ງ​ລິ້ງວິ​ດີ​ໂອdemo ​ເພງ​ທີ່​ຈະ​ສົ່ງ​ເຂົ້າປະ​ກວດ1 ​ເພງ(​ເພງ​ລາວຫຼືສາກົນກໍ​ໄດ້) ​ກຳນົດການຂັດ​ເລືອກ ​ແລະ ການ​ປະ​ກວດ –       ຄະນະ​ກຳມະການ​ຈະ​ຂັດ​ເລືອກ​ຜູ້​ເຂົ້າປະ​ກວດ​ 15…

read more