ວິທະຍາໄລ ລາວ-ທ໊ອບ ຄວ້າອັນດັບສອງ ແຂ່ງຂັນເຕັ້ນເຊຍປະຈຳປີ 2014   ໃນວັນທີ 12/11/2014 ທີ່ຜ່ານໄດ້ມີການແຂ່ງຂັນເຕັ້ນເຊຍປະຈຳປີ 2014 ຈັດຂຶ້ນໂດຍເປັບຊີ ຫຼື Pepsi Cheerleading Contest 2014 ເຊິ່ງໄດ້ຈັດຂຶ້ນທີ່ເດີ່ນກິລາໃນຮົ່ມ ບຶງຂະຫຍອງ ໂດຍມີແຂກທີ່ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ. ການແຂ່ງຂັນເຕັ້ນເຊຍນີ້ໄດ້ຈັດຂຶ້ນເປັນຄັ້ງທີ່ສາມ ໂດຍຄັ້ງທຳອິດແມ່ນຈັດຂຶ້ນໃນປີ 2012 ຄັ້ງຕໍ່ມາແມ່ນປີ 2013 ແລະຄັ້ງນີ້ ປີ 2014 ເຊິ່ງວິທະຍາໄລ ລາວ-ທ໊ອບກໍໄດ້ເຂົ້າຮ່ວມການແຂ່ງຂັນນີ້ເປັນຄັ້ງທຳອິດ. ໃນການແຂ່ງຂັນຄັ້ງນີ້ມີທັງໝົດ 12 ສະຖາບັນການສຶກສາເຂົ້າຮ່ວມແຂ່ງຂັນ ແລະ ຍັງມີການສະແດງຈາກນັກຮ້ອງທີ່ມີຊື່ສຽງຈຳນວນໜຶ່ງ.   ສະຫຼຸບຜົນການແຂ່ງ: ອັນດັບໜຶ່ງ: ວິທະຍາໄລ ຣັດຕະນະ ອັນດັບສອງ: ວິທະຍາໄລ ລາວ-ທ໊ອບ…

read more

ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດ, ໃນວັນທີ 6 ຕຸລາ 2014 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບເຮົາໄດ້ຈັດກິດຈະກຳການແຂ່ງຂັນກິລາ ໂບລິ້ງ ແລະ ສະນຸກເກີ້ ຂຶນ ທີ່ສູນໂບລິ້ງລາວ. ໃນງານນັ້ນ ມີບັນຍາກາດຝົດຟື້ນ ມ່ວນຊື່ນ. ການແຂ່ງຂັນລະວ່າງນັກສຶກສາ ແລະ ຄູອາຈານ ເພື່ອຍົກສູງຄວາມສາມັກຄີ ຮັກແພງເຊິ່ງກັນແລະກັນ ພ້ອມນັ້ນຍັງໃຊ້ເວລາວ່າງໃຫ້ເປັນປະໂຫຍດອີກດ້ວຍ.                 More photos click here

read more

ເພື່ອເປັນການກຳນົດໂຄງຮ່າງຂອງບົດຈົບຊັ້ນໃຫ້ເປັນໄປໃນລັກສະນະອັນເປັນເອກະພາບກັນຂອງ ນັກສຶກສາແຕ່ລະຄົນ ພາກວິຊາຄອມພິວເຕີ ແລະ ຂໍ້ມູນຂ່າວສານ, ວິທະຍາໄລ ລາວ-ທ໊ອບ ຈຶ່ງໄດ້ສ້າງໂຄງຮ່າງຂອງບົດຂຶ້ນມາເພື່ອໃຫ້ເປັນໄປໃນຮູບແບບອັນດຽວກັນ ໂດຍກຳນົດດັ່ງນີ້:   – ປົກຂອງບົດຈົບຊັ້ນ: ດາວໂຫຼດ – ຮູບແບບຂອງບົດ: ດາວໂຫຼດ

read more

  ວິທະຍາໄລ ລາວ-ທ໊ອບ ເປີດຮັບສະໝັກນັກສຶກສາໃໝ່   ໃນສາຂາ ແລະ ຕາມວັນເວລາດັ່ງລຸ່ມນີ້: ພາກວິຊາອັກສອນສາດ ແລະ ພາສາ ສາຂາພາສາອັງກິດ ປີກຽມ ເລີ່ມຮຽນວັນທີ 5 ພຶດສະພາ 2014  ສາຂາພາສາອັງກິດຊັ້ນສູງ ເລີ່ມຮຽນເດືອນ ກັນຍາ ຫຼັກສູດພາສາອັງກິດໄລຍະສັ້ນສຳລັບອົງກອນທີ່ຕ້ອງການເພີ່ມຄວາມສາມາດດ້ານພາສາອັງກິດໃຫ້ບຸກຄະລາກອນ ຫຼັກສູດພາສາເກົາຫຼີໄລຍະສັ້ນ ຫຼັກສູດພາສາຈີນໄລຍະສັ້ນ ຫຼັກສູດພາສາອັງກິດສຳລັບເດັກ ພາກວິຊາຄອມພິວເຕີ ແລະ ຂໍ້ມູນຂ່າວສານ ສາຂາຄອມພິວເຕີທຸລະກິດ ເລີ່ມຮຽນເດືອນ ກັນຍາ ສາຂາການບໍລິຫານເທັກໂນໂລຢີ ຂໍ້ມູນຂ່າວສານ ຫຼື ໄອທີ ເລີ່ມຮຽນເດືອນ ກັນຍາ ຫຼັກສູດເຝິກອົບຮົມຄອມພິວເຕີໄລຍະສັ້ນ ເປີດຮັບທຸກໆຕົ້ນເດືອນ ເຊິ່ງມີຫຼັັກສູດດັ່ງນີ້ ຫຼັກສູດຄອມພິວເຕີສຳລັບຫ້ອງການ Word, Excel, PowerPoint…

read more

 ຜ່ານມາເປັນໄລຍະເວລາໜຶ່ງສອງປີແລ້ວ ກັບສາຂາວິຊາຄອມພິວເຕີທຸລະກິດ, ສາຂາວິຊານີ້ໄດ້ເລີ່ມເປີດສອນແຕ່ປີ 2012 ຈົນມາຮອດປະຈຸບັນ. ມີນັກສຶກສາທີ່ຈົບໄປແລ້ວໜຶ່ງຊຸດ ມີຈຳນວນ 11 ຄົນ. ໃນປີນີ້ ສົກສຶກສາ 2013-2014 ມີນັກສຶກສາທີ່ກຳລັງຈະຂຽນບົດສຶກສາໂຄງການອີກຈຳນວນ 16 ຄົນ. ຖືວ່າເປັນບາດກ້າວທີ່ສຳຄັນສຳລັບວິທະຍາໄລ ລາວ-ທ໊ອບ ທີ່ໄດ້ສຳເລັດການສ້າງບຸກຄະລາກອນອອກໄປຮັບໃຊ້ປະເທດຊາດ.   ເຊິ່ງໃນສົກສຶກສານີ້ ໄດ້ມີການປັບຫຼັກສູດ ແລະ ກຳນົດການໃນການຂຽນບົດສຶກສາໂຄງການຈົບຊັ້ນຂອງວິທະຍາໄລ ລາວ-ທ໊ອບ ໂດຍສະເພາະແມ່ນພາກວິຊາຄອມພິວເຕີທຸລະກິດ ເພື່ອໃຫ້ສອດຄ່ອງກັບຍຸກປະຈຸັບ ກໍຄືການຕອບສະໜອງໃຫ້ທັນກັບຕະຫຼາດແຮງງານ.   ສະນັ້ນ, ໃນການຂຽນບົດສຶກສາໂຄງການສຳລັບສົກສຶກສານີ້ແມ່ນຈະໄດ້ດຳເນີນການໄວກວ່າສົກຮຽນທີ່ຜ່ານມາເລັກນ້ອຍ ເພື່ອໃຫ້ທັນຕໍ່ເວລາ. ເຊິ່ງກຳນົດການຕ່າງໆໄດ້ຖືກກຳນົດອອກມາແລ້ວຕາມແຈ້ງການດັ່ງລຸ່ມນີ້:  

read more

  ໃນວັນທີ 24/01/2014 ທີ່ວິທະຍາໄລ ລາວ-ອາເມລິກາ ໄດ້ມີການຈັດການແຂ່ງຂັນເວົ້າພາສາອັງກິດຂຶ້ນ ໃນຫົວຂໍ້ I Have a Dream, He had a dream….What is yours? ເຊິ່ງໃນການແຂ່ງຂັນຄັ້ງນີ້ແມ່ນໄດ້ຈັດຂຶ້ນໂດຍສະຖານທູດອາເມລິກາ ເຊິ່ງມີຫຼາຍໆສະຖານບັນສຶກສາເຂົ້າຮ່ວມເຊັ່ນ:ປັນຍາທິບ, ກຽດຕິສັກ, AIS, ວິທະຍາໄລ ແສງສະຫວັນ, ວິທະຍາໄລ ຣັດຕະນະ, ວິທະຍາໄລ ລາວ-ອາເມລິກາ, ວິທະຍາໄລ ຄອມເຊັນເຕີ, ພາກວິຊາສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະນິຕິສາດ-ລັດຖະສາດ.   ໂດຍການແຂ່ງຂັນເວົ້າຄັ້ງນີ້ແມ່ນຈະໃຫ້ແຕ່ລະສະຖາບັນສົ່ງໂຕແທນຂຶ້ນມາເວົ້າກ່ຽວກັບຄວາມຝັນຂອງຕົນທີ່ມີຢູ່ ສະຖານບັນ ວິທະຍາໄລ ລາວ-ທ໊ອບເຮົາແມ່ນໄດ້ອັນດັບທີໜຶ່ງໃນການແຂ່ງຂັນຄັ້ງນີ້ ຜູ້ທີ່ຂຶ້ນໄປເວົ້າແມ່ນ ທ້າວ ອາທິດ ນັກສຶກສາປີທີ…

read more