ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະບໍລິຫານງານຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບຄັ້ງວັນທີ 24/7/2015 ​ໃນ​ຕອນ​ເຊົ້າຂອງວັນ​ທີ 24/7/2015 ​ທີ່​ຜ່ານ​ມາ ​ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ເປີດ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມຮອບ​ປະຖົມມະ​ເລີກ ​ເພື່ອ​ເປັນ​ການ​ເຜີຍ​ແຜ່​​ເອກະສານ​ອານຸມັດ​ການຈັດຕັ້ງຄະນະ​ບໍລິຫານ​ງານ​ຊາວໜຸ່ມຂອງ​ວິທະຍາ​ໄລ ພ້ອມກັນ​ນີ້ ຍັງ​ເປັນ​ການ​ເຜີຍ​ແຜ່​ບັນດາ​ກົດ​ລະບຽບຕ່າງໆ​ໃຫ້​ແກ່​ຊະ​ມາຊິກ​ຊາວໜຸ່ມທັງ​ເກ່ົາ ​ແລະ ​ໃໝ່​ໄດ້​ຮັບ​ຊາບ​ທົ່ວ​ເຖິງ​ກັນ. ​ກອງ​ປະຊຸມ​ຄັ້ງນີ້ ​​ໄດ້​ມີ​ ທ່ານ ນາຍບ້ານ ບ້ານ​ໂພນ​ປ່າ​ເປົ້າ, ​ເລຂາບໍລິຫານ​ງານ​ຊາວໜຸ່ມ ບ້ານ​ໂພນ​ປ່າ​ເປົ້າ ​ແລະ ​ເລຂາ​ບໍລິຫານ​ງານຊາວໜຸ່ມ ຄະນະ​ນິຕິສາດ​-ລັດຖະສາດ ​​ເຂົ້າຮ່ວມ​ເພື່ອ​ເປັນ​ສັກຂີ​ພະຍານ​ໃນ​ກອງ​ປະຊຸມ ​ທ່ານ ກວັນ​ຢຸງວຸກ ອຳນວຍ​ການ ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ຂຶ້ນປະກອບສ່ວນ​ຄຳ​ຄິດ​ເຫັນ​ ​ແລະ ​ແບ່ງປັນປະສົບການວຽກ​ງານ​ຊາວໜຸ່ມຈາກ​ປະ​ເທດ​ເກົາຫຼີ​ໃຕ້ ​ໃຫ້​ແກ່​ນັກ​ບັນດາ​ຊາວໜຸ່ມນັກ​ສຶກສາ. ທ່ານ​ໄດ້​ກ່າວ​ວ່າ “ປະ​ເທດ​ລາວ ​ແລະ ປະ​ເທດ​ເກົາຫຼີ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍຄື​ກັນ ຄື​ມີ​ການ​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ຂອງ​ຊາດ…

read more

ໃນວັນທີ 4-5 ກໍລະກົດ 2015 ໄດ້ມີການຈັດເຝິກອົບຮົມການຂຽນໂປຣແກຣມຄວບຄຸມຫຸ່ນຍົນ ຂັນຕົ້ນ ດ້ວຍພາສາຊີ ໃຫ້ແກ່ນັກສຶກສາ ສາຂາໄອທີ ແລະ ຄອມພິວເຕີທຸລະກິດ ໂດຍມີການເຊີນວິທະຍາກອນຈາກປະເທດໄທ ອາຈານ ສຶບສັກ ສະຫວັດ ມີເປັນວິທະຍາກອນໃນຄັງນີ້. ງານເຝິກອົບຮົມຄັງນີ້ໄດ້ດຳເນີນໄປສອງມື້ ຄືວັນທີ 4 ແລະ ທີ 5 ໂດຍຈຸດປະສົງແມ່ນເພື່ອໃຫ້ນັກສຶກສາທີ່ມີພື້ນຖານການຂຽນໂປຣແກຣມຢູ່ແລ້ວ ໄດ້ມາລອງປະຕິບັດໂຕຈິງ ກັບຫຸ່ນຍົນ ເຊິ່ງມີການຂຽນໂປຣແກຣມຄວບຄຸມຫຸ່ນຍົນອັດຕະໂນມັດ ແລະ ຫຼົບຫຼີກສິ່ງຂອງຕ່າງໆ, ສ້າງແຮງບັນດານໃຈໃຫ້ນັກສຶກສາໄດ້ມີການທົດລອງຄົ້ນຄວ້າດ້ວຍຕົນເອງ ເພື່ອເປັນການພັດທະນາຄວາມຮູ້ ຄວາມສາມາດທາງໄດ້ການຂຽນໂປຣແກຣມຄວບຄຸມຫຸ່ນຍົນ. ເນື່ອງຈາກປະເທດເຮົາກຳລັງມີບັນດາອຸດສາຫະກຳຂະແໜງການຕ່າງໆເຂົາປະດຳເນີນທຸລະກິດເປັນຈຳນວນຫຼາຍ. ເຊິ່ງໃນອຸດສາຫະກຳນັ້ນຈະໃຊ້ຫຸ່ນຍົນເຮັດວຽກເປັນຫຼັກ ຈຶ່ງເປັນສິ່ງທີ່ສຳຄັນຫຼາຍ ທີ່ນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ ໄດ້ມີໂອການຮຽນຮູ້ສິ່ງເຫຼົ່ານີ້ ເພື່ອພັດທະນາ ຕໍຍອດຄວາມສາມາດຂອງຕົນເອງ ເພື່ອພັດທະນາຊຸມຊົນ ກໍຄືການພັດທະນາປະເທດຊາດໃຫ້ມີຄວາມທັນສະໄໝ ທຽບເທົ່າກັບປະເທດອື່ນ….

read more

ສະຫຼຸບຜົນການແຂ່ງຂັນໃນຮອບອາທິດ ສະຫຼຸບຜົນ​ການ​ແຂ່ງຂັນ​​ເຕະ​ບານ​ໃນ​ອາທິດ​ທີ່​ຜ່ານ​ມາ ມີ​ທັງ​ທີ​ມທີ່​ເຂົ້າຮູບ 4 ທີ​ມ ​ແລະ ​ເຂົ້າຮອບ 8 ທີ​ມ   ​ເລີ່​ມຈາກ​ຄູ່​ໃນ​ວັນ​ສຸກ ທີ 20/3/2015 ທີ່​ເດີ່ນ​ຊັບ​ພະ​ວິຊາ ​ມີ 2 ຄູ່​ເຕະ ​ເປັນ​ການ​ພົບ​ກັນ​ລະຫວ່າງ Year IV-A ​ແລະ G2 A+B ສ່ວນ​ອີກ​ຄູ່ໜຶ່ງ​ແມ່ນ Year II A+B ພົບ​ກັບ Year I C+D ທັງ​ສອງ​ຄູ່​ແລກ​ເກ​ມກັນ​ຢ່າງ​ມ່ວນ​ຊື່ນ ​ເກືອບ​ມີ​ຜົນ​ສະ​ເໝີທັງ​ສອງ​ຄູ່ ​ແຕ່​ສຸດ​ທ້າຍ​ແລ້ວ​ກໍ​ໄດ້​ທີ​ມທີ່​ຊະນະ ນັ້ນກໍ​ຄື​ທີ​ມ Year IV-A ​ຊະນະ G2 A+B ​ໄປ​ດ້ວຍຜົນ 3-2…

read more

ການແຂ່ງບານສົ່ງເພື່ອຕ້ອນຮັບວັນແມ່ຍິງສາກົນ ໃນວັນທີ 8 ມີນາ 2015 ວິທະຍາໄລ ລາວທ໊ອບ ໄດ້ຈັດການແຂ່ງຂັນບານສົ່ງຍິງ ໃນວັນເສົາ ທີ 7 ມີນາ 2015 ເພື່ອເປັນການຄຳນັບຮັບຕ້ອນວັນແມ່ຍິງສາກົນ ແລະ ເປັນການສ້າງຂະບວນການຝົດຟື້ນໃນຂົງເຂດວິທະຍາໄລ ກໍຄືຄູອາຈານ ແລະ ນັກສຶກສາທຸກໆພາກວິຊາ ບໍ່ວ່າຈະເປັນສາຂາພາສາອັງກິດ, ໄອທີ ແລະ ບໍລິຫານທຸລະກິດເປັນຕົ້ນ. ການແຂ່ງຂັນໄດ້ເບີກບານມ່ວນຊື່ນ ເຕັມໄປດ້ວຍສຽງຂອງນັກສຶກສາ ການແຂ່ງຂັນໄດ້ຈົບລົງໂດຍແມ່ນນັກສຶກສາປີ I-2 (A&B Evening) ໄດ້ຮັບລາງວັນຊະນະເລີດ ຕາມມາດ້ວຍຮອງຊະນະເລີດແມ່ນນັກສຶກສາໄອທີ ປີ II-2 (Morning) ອັນດັບ 3 ແມ່ນນັກສຶກສາ Foudation 5 (Evening)  ແລະ ອັນດັບສຸດທ້າຍແມ່ນ…

read more

ມື້ນີ້ Microsoft ໃຈດີແຈກພື້ນເທິງກ້ອນເມກ OneDrive ໃຫ້ລ້າໆ 100GB ໃຫ້ແກ່ຜູ້ໃຊ້ງານທົ່ວໂລກຢ່າງເປັນທາງການ ຫຼັງຈາກທີມອບໃຫ້ຊາວອາເມລິກາໄດ້ໃຊ້ງານກັນໄປກ່ອນໜ້ານີ້ ພາຍໃຕ້ໂຄງການ Being Reward ເພື່ອເປັນການກະຕຸ້ນການໃຊ້ບໍລິການ OneDrive ເທິງອຸປະກອນພົບພາບໍ່ວ່າຈະເປັນ SmartPhone ແລະ Tablet ທີ່ເນັ້ນພື້ນທີ່ສຳຮອງຂໍ້ມູນມືຖືທັງພາບຖ່າຍ ແລະ ວິດີໂອໄປເກັບໄວ້ເທິງ Cloud    ເອົາເປັນວ່າ ຜູ້ໃດທີ່ໃຊ້ອຸປະກອນພົບພາ ແລະ ມີບັນຊີຂອງ Microsoft ກໍໄປເປີດໃຊ້ງານກັນໄດ້ເລີຍ

read more

ໃນວັນທີ 14/2/2015 ທີ່ສະໜາມກິລາໃນຮົ່ມ ບຶງຂະຫຍອງ ໄດ້ມີງານວາງສະແດງການສຶກສາຂອງສະມາຄົມການສຶກສາພາກເອກະຊົນ ທັງໂຮງຮຽນສາມັນ ແລະ ວິທະຍາໄລ ຕ່າງໆໄດ້ເຂົ້າຮ່ວມໃນງານຄັ້ງນີ້  ນອກນັ້ນຍັງມີການສະແດງສີລະປະຈາກສະຖາບັນສຶກສາຕ່າງໆ ສ້າງຄວາມເບີກບານມ່ວນຊື່ນໃຫ້ກັບຜູ້ເຂົ້າຮ່ວມງານໄດ້ເປັນຢ່າງດີ    

read more