ສະຫຼຸບຜົນການແຂ່ງຂັນໃນຮອບອາທິດ

ສະຫຼຸບຜົນ​ການ​ແຂ່ງຂັນ​​ເຕະ​ບານ​ໃນ​ອາທິດ​ທີ່​ຜ່ານ​ມາ ມີ​ທັງ​ທີ​ມທີ່​ເຂົ້າຮູບ 4 ທີ​ມ ​ແລະ ​ເຂົ້າຮອບ 8 ທີ​ມ

 

​ເລີ່​ມຈາກ​ຄູ່​ໃນ​ວັນ​ສຸກ ທີ 20/3/2015 ທີ່​ເດີ່ນ​ຊັບ​ພະ​ວິຊາ ​ມີ 2 ຄູ່​ເຕະ ​ເປັນ​ການ​ພົບ​ກັນ​ລະຫວ່າງ Year IV-A ​ແລະ G2 A+B ສ່ວນ​ອີກ​ຄູ່ໜຶ່ງ​ແມ່ນ Year II A+B ພົບ​ກັບ Year I C+D ທັງ​ສອງ​ຄູ່​ແລກ​ເກ​ມກັນ​ຢ່າງ​ມ່ວນ​ຊື່ນ ​ເກືອບ​ມີ​ຜົນ​ສະ​ເໝີທັງ​ສອງ​ຄູ່ ​ແຕ່​ສຸດ​ທ້າຍ​ແລ້ວ​ກໍ​ໄດ້​ທີ​ມທີ່​ຊະນະ ນັ້ນກໍ​ຄື​ທີ​ມ Year IV-A ​ຊະນະ G2 A+B ​ໄປ​ດ້ວຍຜົນ 3-2 ສ່ວນ​ອີກ​ທີ​ມທີ່​ຊະນະ​ແມ່ນ Year I C+D ຊະນະ Year II A+B ຢ່າງ​ຂາດ​ລອຍ 7-3 ສົ່ງ​ຜົນ​ໃຫ້ Year IV-A ​ໄປ​ຢືນ​ຖ້າ​ໃນ​ຮອບ 4 ທີ​ມ​ ສ່ວນ Year I C+D ​ເຂົ້າຮອບ​ 8 ທີ​ມ

ສ່ວນ​ຜົນ​ຂອງ​ວັນ​ເສົາ​ທີ 21/3/2015 ​ມີ​ເຕະ​ກັນ​ທີ່​ເດີ່ນ​ທະ​ນົງ​ອາດ ມີ​ສອງ​ຄູ່​ເຊັ່ນກັນ ​ເປັນ​ການ​ມາ​ພົບ​ກັນ​ຂອງ​ທີ​ມ​ໃຫຍ່​ປະ​ຈຳ​ໂຮງຮຽນ ​ເພື່ອ​ຊິງ​ເຂົ້າຮອບ 4 ທີ​ມ​ໂດຍ​ມີ​ຄູ່​ໃຫຍ່ຂອງ​ໂຮງຮຽນ​ເຕະ​ກັນ​ເວລາ 17:00 ທີ​ມລຸ້ນອ້າຍ​ພົບ​ກັບ​ຫ້ອງ​ທີ່​ມີ​ແຕ່​ທີ​ມ​ໂຮງຮຽນ ​​​ຄື Year V ພົບກັບ Year III-B ຜົນ​ການ​ແຂ່ງຂັນ​ແມ່ນ Year III-B ​ເຊິ່ງ​​ນັກ​ສຶກສາ​ໃນ​ຫ້ອງເປັນ​ທີ​ມ​ໂຮງຮຽນ​ເກືອບໝົດທຸກ​ຄົນ ຊະນະ​ເຂົ້າຮອບ​ 4 ທີ​ມ​ໄປ​ດ້ວຍ​ຜົນ​ປະຕູ 1-2.

ອີ​ກຄູ່ໜຶ່ງ​ແມ່ນ​ເຕະ​ກັນ​ເວລາ 18:00 ​​ເປັນ​ການ​ພົບ​ກັນ​ລະຫວ່າງ​ທີ​ມຄູ​ອາຈານ ພົບ​ກັບ ທີ​ມນ້ອງ​ໃໝ່ຂອງ​ສະ​ຖາ​ບັນ F1+2+3 ​ເປັນ​ການ​ແຂ່ງຂັນ​ທີ​ສູ​ສີ​ກັນ​ ​ແລະ ​ແລກ​​ເກ​ມກັນ​​ໃຫ້​ຜູ້​ຊົມ​ໄດ້​ລຸ້ນຈົນ​ຕ້ອງ​ໄດ້​ລຸກຂຶ້ນມາ​ເຊຍ ສ່ວນ​ຜົນ​ການ​ແຂ່ງ​ຂັນ​ແມ່ນ ທີ​ມຄູ​ອາຈານ ຊະນະ​ໄປ​ດ້ວຍ​ຜົນ 5-4 ​ເຂົ້າຮອບ 4 ທີ​ມ​ໄປ​ພົບ​ກັບ Year III-B

ສຳລັບ​ໂປຣ​ແກຣມການ​ແຂ່ງຂັນ​ໃນວັນ​ສຸກ ​ແລະ ​ເສົາໜ້ານີ້​ມີຫຼາຍຄູ່​ທີ່ໜ້າສົນ​ໃຈ​ດັ່ງ​ນີ້

ວັນ​ສຸກ 27/3/2015-ຮອບ 8 ທີ​ມ (ຄູ່​ສຸດ​ທ້າຍ)

Year III-C vs. Year I C+D       ​ເວລາ 19:30 ​ເດີ່ນ​ຊັບ​ພະ​ວິຊາ

ວັນ​ເສົາ 28/3/2015-ຮອບ 4 ທີ​ມ (ຄູ່​ທີ1)

Year III-B vs. Teacher    ​ເວລາ 17:00 ​​ເດີ່ນ​ທະ​ນົງ​ອາດ

​ວັນ​ອາທິດ 29/03/2015 ຮອບ 4 ທີ​ມ (ຄູ່​ທີ2)

Year IV-A vs. ຜູ້​ຊະນະ​ໃນ​ຮອບ 8 ທີ​ມ ຄູ່​ສຸດ​ທ້າຍ

ມັກ​ທີ​ມ​ໃດ ​ຮຽນ​ຫ້ອງ​ໃດ ກໍ​ມາ​ຊົມ ມາ​ເຊຍ​ກັນ​ໄດ້​ຕາມ​ວັນ​ເວລາ​ທີ່​ໄດ້​ກຳນົດ​ໄວ້

Leave a Reply

Your email address will not be published. Required fields are marked *