ເປີດແລ້ວ ຫຼັກສູດພາສາອັງກິດສຳລັບນ້ອງໆນັກຮຽນລະດັບປະຖົມ ຫາ ລະດັບມັດທະຍົມທັງຕອນຕົ້ນ ແລະ ຕອນປາຍ ຫຼັກສູດຂອງພວກເຮົາເລີ່ມເປີດມາແຕ່ວັນທີ 17/06/2013 ທີ່ຜ່ານມາ. ໃນມື້ທຳອິດກໍເຫັນວ່າມີນັກຮຽນເຂົ້າມາສະໝັກຫຼາຍພໍສົມຄວນ ໃນຫຼັກສູດ ນ້ອງໆຈະໄດ້ຮຽນ ພາສາອັງກິດ ນຳຄູລາວ ຄູຕ່າງປະເທດ ຄອມພິວເຕີ ພ້ອມທັງມີກິດຈະກຳຫຼາກຫຼາຍເພື່ອເສີມທັກສະການຮຽນຮູ້ໃຫ້ນ້ອງໄດ້ສຶກສາໃນຊ່ວງລະດູປິດພາກຮຽນນີ້. ເຖິງບັນດາພໍ່ແມ່ຜ້ປົກຄອງທີ່ສົນໃຈຢາກໃຫ້ຍົກລະດັບພາສາອັງກິດໃຫ້ລູກຕົນເອງກໍໂທມາສອບຖາຂໍ້ມູນໄດ້ທີ່ 021 353900-1 ຫຼື ຈະອີເມວ info@laotop.net
read moreດາວໂຫຼດໃບສະໝັກທີ່http://laotop.net/battle_of_the_bands_application_form.docx ເງື່ອນໄຂຂອງຜູ້ເຂົ້າປະກວດ – ຈຳນວນສະມາຊິກບໍ່ໃຫ້ກາຍ 6 ຄົນ – ສະມາຊິກໃນວົງຕ້ອງເປັນຄົນດຽວກັນຕັ້ງແຕ່ຮອບຂັດເລືອກຈົນເຖິງຮອບຕັດສິນ – ບໍ່ຢູ່ໃນສັງກັດຄ້າຍເພງໃດໜຶ່ງ – ມີອາຍຸແຕ່13-25 ປີ – ບໍ່ແມ່ນນັກດົນຕີອາຊີບທີ່ຫຼິ້ນຢູ່ຮ້ານບັນເທີງຕ່າງໆ ຂັ້ນຕອນການສະໝັກ – ດາວໂຫຼດແບບຟອມສະໝັກຈາກເວັບ www.laotop.netຫຼື ເຂົ້າມາເອົາໃບສະໝັກທີ່ວິທະຍາໄລ ລາວ-ທ໊ອບ – ຍື່ນໃບສະໝັກດ້ວຍຕົນເອງທີ່ ວິທະຍາໄລ ລາວ-ທ໊ອບ ຫຼື ສົ່ງໃບສະໝັກມາທາງອີເມວ info@laotop.netພາຍໃນວັນສຸກ ທີ 19/07/2013 ໃນໂມງລັດຖະການ. – ໃນໃບສະໝັກຕ້ອງສົ່ງລິ້ງວິດີໂອdemo ເພງທີ່ຈະສົ່ງເຂົ້າປະກວດ1 ເພງ(ເພງລາວຫຼືສາກົນກໍໄດ້) ກຳນົດການຂັດເລືອກ ແລະ ການປະກວດ – ຄະນະກຳມະການຈະຂັດເລືອກຜູ້ເຂົ້າປະກວດ 15…
read moreການແຂ່ງຂັນຟ້ອນລຳວົງລາວ 5 ຈັງຫວະພື້ນຖານເພື່ອຊິງຂັນທ່ານເລຂາຄະນະບໍລິຫານງານ ສູນການ ຊປປລ ຄັ້ງທີ 8 ໃນວັນທີ 31/05/2013 ຈຸດປະສົງເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 58 ປີ (14/04/1955- 14/04/2013) ເປົ້າໝາຍເພື່ອປູກຈິດສຳນຶກກ່ຽວກັບສີລະປະຊຶ່ງເປັນເອກະລັກຂອງຊາດ ໃຫ້ຊາວໜຸ່ມບັນດາເຜົ່າມີຄວາມເຂົ້າໃຈທີ່ຖືກຕ້ອງ, ຮູ້ອະນະຮັກ ແລະ ສົ່ງເສີມສີລະປະວັດທະນະທຳອັນດີງາມຂອງຊາດ. ເພື່ອສ້າງເວທີໃຫ້ຊາວໜຸ່ມໄດ້ສະແດງອອກໃນດ້ານສີລະປະ, ທັກສະ, ພອນສະຫວັນ ທັງເປັນການສ້າງຄວາມສາມັກຄີໃນໝູ່ຊາວໜຸ່ມ-ເຍົາວະຊົນ ແລະ ນຳໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ. ຜູ້ເຂົ້າແຂ່ງຂັນ: 1. ໂຮງຮຽນ ມ.ສ ວຽງຈັນ 2. ມະຫາວິທະຍາໄລ…
read moreເພື່ອເປັນການຮັກສາສຸຂະພາບ ແລະ ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງບັນດາຄູອາຈານພາຍໃນວິທະຍາໄລ ລາວ-ທ໊ອບ. ໃນວັນທີ 24/05/2013 ທີ່ຜ່ານມາ ໄດ້ມີການແຂ່ງຂັນກິລາບານເຕະລະຫວ່າງທີມຄູປະຈຳ ແລະ ຄູຮັບເຊີນ. ຜົນການແຂ່ງຂັນປະກົດວ່າທີມຄູປະຈຳຊະນະ ຄູຮັບເຊີນໄປ 6 ຕໍ່ 1. ໂດຍຜູ່ທີ່ຍິງປະຕູໄຊທຳອິດໃຫ້ທີມຄູປະຈຳແມ່ນອາຈານ ແລັດ ເຊິ່ງເພິ່ນໃນເກມເພິ່ນຍິງໄດ້ທັງໝົດ 4 ປະຕູ, ອາຈານ ວິ 1 ປະຕູ, ອາຈານ ເລດ 1 ປະຕູ. ສ່ວນທາງຝັ່ງຂອງຄູຮັບເຊີນແມ່ນອາຈານ ສຸລິພົນ ທີ່ເປັນຜູ້ຍິງປະຕູ ຕີໄຂ່ແຕກໄດ້. ໃນເກມການແຂ່ງຂັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມິດຕະພາບທີ່ບັນດາຄູອາຈານທີ່ມີໃຫ້ກັນ ນອກຈາກບັນດາຄູອາຈານແລ້ວ ຍັງມີນ້ອງໆນັກສຶກສາຈຳນວນໜຶ່ງເຂົ້າຮ່ວມເຊຍໃນການແຂ່ງຂັນຄັ້ງນີ້ ເຊິ່ງເປັນສີສັນໃຫ້ກັບການແຂ່ງຂັນ…
read moreວິທະຍາໄລ ລາວ-ທ໊ອບ ໄດ້ວາງແຜນເປີດຫຼັກສູດວິສະວະກຳຄອມພິວເຕີ ເມືອທ້າຍປີກ່ອນ ເຊິ່ງໄດ້ທຳການຈັດຕັ້ງປະຕິບັດຂຽນຫຼັກສູດ ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ຄູ-ອາຈານ ພະນັກງານບໍລິຫານ ເຊິ່ງທັງຄວາມຮູ້ ຄວາມສາມາດ ທາງດ້ານວິສະວະກຳຄອມພິວເຕີ ເພື່ອມາສ້າງຊັບພະຍາກອນມະນຸດ. ຈຸດປະສົງໃນການສ້າງຫຼັກສູດ ເພື່ອສ້າງໃຫ້ຊັບພະຍາກອນມະນຸດດ້ານການພັດທະນາໂປຣແກຣມ ຮູ້ຈັກການຂຽນໂປຣແກຣມ, ການພັດທະນາເວັບໄຊ ແລະ ການອອກແບບສື່ສິ່ງພິມ. ແຕ່ສິ່ງທີ່ເນັ້ນໜັກທີ່ສຸດ ແມ່ນເຮັດໃຫ້ຜູ້ທີ່ເຂົ້າຮັບການສຶກສາໄດ້ຮູ້ ແລະ ເຂົ້າໃຈເຖິງລະບົບການພັດທະນາໂປຣແກຣມບໍ່ວ່າຈະເປັນ VB.net, C++, Java, PHP ແລະ ອື່ນໆ. ອີກຢ່າງແມ່ນເພື່ອສຸມໃສ່ການສ້າງບຸກຄະລາກອນເພື່ອຕ້ອນຮັບການເຂົ້າເປັນປະຊາຄົມອາຊຽນໃນປີ 2015 ທີ່ຈະມາເຖິງນີ້ ໃນວັນທີ 23/05/2013 ເວລາ 9:00 ບັນດາຄະນະຜູ້ກວດກາຄວາມພ້ອມໃນການເປີດຫຼັກສູດ ວິສະວະກຳຄອມພິວເຕີ ຈາກກົມອາຊີວະສຶກສາ ນຳໂດຍ ທ່ານ.ໂພໄຊ ບູລົມ…
read moreອີງຕາມການປະຕິບັດໃຫ້ບັນລຸໝາກຜົນຂອງການສຶກສາ ແລະ ແຜນການສຶກສາຂອງກະຊວງສຶກສາໄດ້ວາງອອກ ແລະ ເພື່ອຕອບສະໜອງການຂະຫຍາຍຕົວຂອງຈຳນວນນັກສຶກສາ ໂດຍສະເພາະແມ່ນຂອງເຂດນະຄອນຫຼວງ. ວິທະຍາໄລ ລາວ-ທ໊ອບໄດ້ສ້າງຫ້ອງຮຽນຕື່ມອີກຈຳນວນ 5 ຫ້ອງ ເພື່ອຮັບໃຊ້ເຂົ້າໃນການສິດສອນ ຂອງວິທະຍາໄລ. ຕາມແຜນການຂອງ ວິທະຍາໄລ ໄດ້ວາງອອກ ແມ່ນ ຮອງຮັບຫຼັກສູດປະລິນຍາຕີບໍລິຫານທຸລະກິດ ແລະ ຫຼັກສູດຊັ້ນສູງວິສະວະກຳຄອມພິວເຕີ ທີ່ຈະໄດ້ເປີດໃນສົກສຶກສາ 2013-2014 ນີ້. ການຂະຫຍາຍ ຈຳນວນຫ້ອງນີ້ຖືເປັນບາດກ້າວສຳຄັນຂອງວິທະຍາໄລ ເນື່ອງຈາກມັນສະແດງໃຫ້ເຫັນເຖິງການຂະຫຍາຍໂຕຂອງວິທະຍາໄລເອງ ດ້ວຍຄຸນພາບຂອງຫຼັກສູດການສິດສອນເຊິ່ງມີສື່ການສອນແບບຕ່າງໆ ຕະຫຼອດຈົນອາຈານຜູ້ເຕັມໄປດ້ວຍປະສົບການ ຈຶ່ງເຮັດໃຫ້ຈຳນວນນັກສຶກສາຂະຫຍາຍໂຕໄວຂຶ້ນ. ວິທະຍາໄລ ເລີ່ມເປີດເດືອນ 7 ປີ 2007 ທີ່ບ້ານສະພານທອງກາງ ແລະ ໄດ້ເລີ່ມສ້າງອາຄາຫຼັງໃໝ່ໃນປີ 2009 ເຊິ່ງສຳເລັດໃນປີ 2010 ແລະ ເລີ່ມການສິດສອນໃນເດືອນ 4/2010…
read moreອາທິດໜ້າ ກໍຈະເປັນການເປີດເທີມໃໝ່ສຳລັບວິທະຍາໄລ ລາວ-ທ໊ອບກັນແລ້ວ. ເຮົາມາສຳຫຼວດກັນເບິ່ງວ່າ ບັນດານັກສຶກສາ ເຮົາກຽມພ້ອມແລ້ວພຽງໃດ. ວັນທີ 6/5/2013 ເປັນວັນເປີດເທີມໃໝ່ສຳລັບວິທະຍາໄລ ລາວ-ທ໊ອບ. ເຊິ່ງຫຼັກສູດທີ່ເປີດພ້ອມກັນ ກໍມີຫຼັກສູດ ປະລິນຍາຕີ ພາສາອັງກິດ, ຫຼັກສູດເຊື່ອມຕໍ່ປະລິນຍາຕີພາສາອັງກິດ, ຫຼັກສູດຊັ້ນສູງ ຄອມພິວເຕີທຸລະກິດ, ຫຼັກສູດພາສາຈີນ, ພາສາເກົາຫຼີ ແລະ ຄອມພິວເຕີໄລຍະສັ້ນ. ກ່ອນໜ້ານີ້ ໄດ້ເປີດຫຼັກເທີມຫຼັກສູດພາສາອັງກິດສຳລັບເດັກໄປແລ້ວ ນັກຮຽນກໍກັບມາຮຽນກັນເປັນຈຳນວນຫຼວງຫຼາຍ ສຳລັບຫຼັກສູດຜູ້ໃຫຍ່ເຮົາ ກໍລອງມາສຳຫຼວດກັນເບິ່ງວ່າກຽມພ້ອມກັບການເປີດເທີມໃໝ່ແລ້ວພຽງໃດ. ຄອມເມັ້ນໃສ່ດ້ານລຸ່ມໄດ້ເລີຍ.
read moreThe Table tennis competition final round is coming this week
read moreThe honor students certification ceremony held at Lao-Top every end of term. For students who
read moreSource: Vientiane Times 27 Feb 2013 One hundred students were found to have fake secondary school diplomas which they had used to pursue higher education, when officials conducted random inspections at five private colleges in Vientiane recently. Inspection officials…
read more