ຜົນປະກາດຜູ້ຊະນະງານແຂ່ງຂັນຄຳສັບພາສາອັງກິດປະຈຳປີ 2013     ໃນວັນສຸກທີ 15/03/2013 ທີ່ຜ່ານມາໄດ້ມີການແຂ່ງຂັນຄຳສັບພາສາອັງກິດຂຶ້ນ ປະຈຳປີ 2013 ເຊິ່ງການແຂ່ງຂັນຄັ້ງມີມີຈຸດປະສົງເພື່ອຊຸກຍູ້ການສຶກສາຄຳສັບພາສາອັງກິດຂອງນັກສຶກສາ ແລະ ຍັງເປັນການທົດສອບພາສາອັງກິດທີ່ຕົນໄດ້ສຶກສາມາ. ນີ້ຄືລາຍຊື່ບັນດານັກສຶກສາທີ່ສາມາດເຮັດໄດ້ຄະແນນສູງ ສິບອັນດັບ No ID Name and Surname Session 1 179 Ms. Souphaphone BOUTTAVONG Evening 2 1021 Mr. Kiattiphoum PHANOUVONG Evening 3 2370 Mr. Oudhai VONGKEO Evening 4 1627 Mr. Arthid…

read more

    ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ຫ້າ​ຫຼັກມູນ​ຂອງ​ການ​ສຶກສາກໍ​ຄື​ແຮງ​ງານ​ສຶກສາ ທີ​່ຂັ້ນ​ເທິງ​ໄດ້​ວາງ​ອອກ ຮັກສາ​ຄວາມ​ສະອາດ​ພາ​ຍ​ໃນຂົງ​ເຂດ ປຸກລະດົມ​ໃຫ້​ປະຊາຊົນ​ໃນ​ຂົງ​ເຂດ​ບໍ່​ຖິ້ມຂີ້​ເຫຍື້ອ​ຊະຊາຍ ​ເສີມ​ສ້າງ​ຄວາມ​ສາມັກຄີ​ລະ​ວ່າງ​ຄູອາຈານ ​ແລະ ນັກ​ສຶກສາ​ ​ເຊິ່ງ​ໃນ​ວັນ​ເສົາ ​ທີ 26/1/2013 ​ເວລາ 6:30 ​ເຊົ້າທີ່​ຜ່ານ​ມາ​ນັ້ນ ທາງ​ວິທະຍາ​ໄລ ລາວ-ທ໊ອບ​ ​ເຊິ່ງລວມມີ​ຄູ​ອາຈານ ​ແລະ ນັກ​ສຶກສາ​ຈຳນວນ 50 ກວ່າ​ຄົນ​ໄດ້​ພາກັນ​ອອກ​ແຮງ​ງານ​ອານາ​ໄມ​ຂົງ​ເຂດ​ວິທະ​ຍາ​ໄລ ​ແລະ ອ້ອມ​ແອ້ມ​ບ້ານ​ໂພນ​ປ່າ​ເປົ້າ ​ໂດຍ​ເລີ່​ມຈາກ​ວິທະຍາ​ໄລ ​​ຍ່າງ​ອ້ອມ​ບ້ານ​ໂພນ​ປ່າ​ເປົ້າ ​ແລ້ວ​ອ້ຽວ​ກັບ​ມາ​ຫາ​ວິທະຍາ​ໄລ​ອີກ​ຄັ້ງ     ອາຈານ​ ລຳ​ໄພ ຂຸນດາ​ວົງ ຮອງ​ອຳນວຍ​ການ​ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ກ່າວ​ວ່າ: ​ໃນ​ເມື່ອ​ກ່ອນ​ໄດ້​ມີ​ການ​ອອກ​ແຮງ​ງານ​ໃນ​ທຸກໆວັນ​ເສົາ ​ເຊິ່ງ​ເອີ້ນ​ວ່າ​ວັນ​ເສົາ​ແດງ​ເພື່ອ​ເປັນ​ການ​ສຶບຕໍ່​ວັນ​ເສົາ​ແດງ ທາງ​ພວກ​ເຮົາ​ຈ​ຶ່ງ​ໄດ້​ປຸກລະດົມ​ນັກຮຽນ​ນັກ​ສຶກສາມາ​ອອກ​ແຮງ​ງານ​ພາ​ຍ​ໃນ​ບ້ານ​ໂພນ​ປ່າ​ເປົ້າ​ໃຫ້​ສະອາດ ບັນດາ​ນັກ​ສຶກສາ​ກໍ​ມີ​ຄວາມ​ພ້ອມພຽງ​ຮຽງໜ້າກັນ ມີ​ຄວາມ​ສາມັກ​ຄື ການ​ອອກ​ແຮງ​ງານ​ວັນ​ເສົາ​ນີ້​ເປັນ​ເທື່ອ​ທຳ​ອິດ​ຂອງ​ວິທະຍາ​ໄລ ​​ເຊິ່ງ​ເປັນ​ການ​ຢັ້ງຢືນ​ວ່າ​ຂະ​ບວນການ​ອອກ​ແຮງ​ງານຂອງ​ວິທະຍາ​ໄລ…

read more

ລາວ​ທ໊ອບຖະລົ່ມ ມະຫາວິທະຍາ​ໄລ ວະ​ທະຍາ​ສາດ​ສຸຂະພາບ 4-0 ​ຮອບ​ຮອງ​ຊະນະ​ເລີດຍັບ​ມໍ່​ເຂົ້າມາ​ແລ້ວ ​ບານເຕະຢູລີກ ວັນອາທິດ 6 ພຶດສະພາ 2012 ວິທະຍາໄລ ລາວ-ທ໊ອບ 4      –     0 ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ ເດີ່ນກິິລາເຈົ້າອານຸວົງ   ​​ເກ​ມ​ເລີ່​ມກັນ​ທີ່​ເວລາ 14:00 ທີ່​ເດີ່ນ​ເຈົ້າອາ​ນຸວົງ ​ໂດຍ​ວິທະຍາ​ໄລ ລາວ​ທ໊ອບ ມາ​ໃນ​ຊຸດ​ຟ້າ​ຂາວ ​ສ່ວນ​ ມວສ ມາ​​ໃນ​ຊຸດ​ສີ​ແດງ ​​ທັງ​ສອງຕັ້ງທີ​ມມາ​ສຳລັບ​ບຸກ ​ແລະ ຫວັງ​​ເກັບ​ໄຊຊະນະ​ໃນ​ນັດ​ນີ້​ໃຫ້​ໄດ້ ​ເພື່ອ​ນັດ​ສຸດ​ທ້າຍ​ຈະ​ໄດ້​ຫຼິ້ນຢ່າງ​ຫາຍ​ກັງວົນ. ​ເລີ່​ມ​ເກ​ມການ​ແຂ່ງຂັນ​ໄດ້ 10 ນາທີ ທັງ​ສອງ​ກໍ​ປ່ຽນ​ກັນ​ບຸກ ປ່ຽນ​ກັນ​ຕ້າ​ນຢ່າງ​ເມົາ​ມັນ ​ແລະ ​ເກືອ​ບໆຈະ​ໄດ້​ປະຕູ​ຫຼາຍຄັ້ງ ​ແຕ່​ຍັງ​ບໍ່​ຄົມ​ພໍ​ທີ່​ຈະ​ຈົບ​ສະ​ກໍ. ມາ​ເຖິງ​ນາທີ​ທີ່…

read more

Last weekend, Lao-Top College conducted a survey of primary schools in remote areas of Khammuan Province to evaluate their equipment requirements and find some new excursion locations. Early on August 18, 2012 Lao-Top College went to Khammuan Province to search out a…

read more

ໃນວັນທີ 19-02-2012 ເວລາ 14:00 ທີ່ຜ່ານມາທີ່ເດີ່ນເຈົ້າອານຸວົງ ໄດ້ມີການພົບກັນລະວ່າງ ວິທະຍາໄລ ລາວທ໊ອບ ແລະ ວິທະຍາໄລ ຊັບພະວິຊາ. ນຳໜ້າເປີດເກມໂດຍວິທະຍາໄລ ຊັບພະວິຊາ ເຊິ່ງຮູບເກມກໍຂ້ອນຂ້າງທີ່ຈະເທົ່າໆກັນ ປ່ຽນກັນຮັບ ປ່ຽນກັນບຸກ ຈົນມາຮອດນາທີ 39“ ວິທະຍາໄລ ຊັບພະວິຊາກໍໄດ້ປະຕູຂຶ້ນນຳໄປກ່ອນ ໂດຍການຍິງຂອງ ໝາຍເລກ 10 ພອນປະສິດ. ຈາກນັ້ນວິທະຍາໄລ ລາວທ໊ອບກໍໂຫມບຸກ ແລະ ຖືກໂຕ້ກັບຈົນເກືອບເສຍປະຕູອີກຄັ້ງໜຶ່ງ ແຕ່ວ່າການບຸກຢ່າງຕໍ່ເນື່ອງກໍສົ່ງຜົນຈົນໄດ້ປະຕູຕີໄຂ່ແຕກໃນນາທີ 48“ ໂດຍໝາຍເລກ12 ອານິກອນ. ຈົບເກມໃນເຄິ່ງເວລາທຳອິດ ສະເໝີກັນ 1-1. ໃນເຄິ່ງເວລາທີສອງ ຮູບເກມກໍຍັງເປັນແບບເກົ່າຄືປ່ຽນກັນຮັບປ່ຽນກັນບຸກຢ່າງຕໍ່ເນື່ອງ ແຕ່ວ່າໃນຊ່ວງກາງຂອງເຄິ່ງເວລາທີ່ສອງແມ່ນວິທະຍາໄລ ຊັບພະວິຊາໂຫມບຸກຢ່າງໜັກ ແຕ່ກໍຖືກທາງວິທະຍາໄລ ລາວທ໊ອບໂຕ້ກັບໄວຈົນເກືອບໄດ້ປະຕູໄປຫຼາຍເທື່ອ.  …

read more

ໃນວັນທີ 8-4-2011 ທີ່ຜ່ານມາໄດ້ມີການຈັດງານລ້ຽງເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ວິທະຍາໄລ ລາວ-ທ໊ອບ. ເຊິ່ງມີນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ງານໄດ້ເລີ່ມຂຶ້ນເມື່ອເວລາ 10:30 ເຊິ່ງເປັນການບາສີສູ່ຂວັນ ຕໍ່ດ້ວຍການຮັບປະທານອາຫານທ່ຽງ ສຸດທ້າຍນີ້ກໍຂໍໃຫ້ພອນໄຊອັນປະເສີດຈົ່ງຢູ່ກັບທ່ານຕະຫຼອດໄປ ສິ່ງທີ່ບໍ່ດີໃຫ້ຫາຍໄປກັບປີເກົ່າ ປີໃໝ່ຈົ່ງພົບແຕ່ສິ່ງດີໆໃໝ່ຕະຫຼອດ ຂໍໃຫ້ທ່ານມີອາຍຸຍືນຍາວ ສຸຂະພາບແຂງແຮງ ຄວາມເຈັບຢ່າໃຫ້ໄດ້ ຄວາມໄຂ້ຢ່າໃຫ້ມີ ສາທຸ…

read more

ໃນວັນທີ 26/2/2011 ທີ່ຜ່ານມາໄດ້ມີການບານມິດຕະພາບລະຫວ່າງ ວິທະຍາໄລ ລາວທ໊ອບ VS. ນັກສຶກສາຊັບພະຍາກອນນ້ຳ . ການແຂ່ງຂັນໄດ້ເລີ່ມຂຶ້ນເວລາ 10:00. ເຊິ່ງຜົນກໍຄື ວິທະຍາໄລ ລາວທ໊ອບ ເອົາຊະນະໄປ 4-2 ເຖິງແນວໃດກໍຕາມ ການແຂ່ງຂັນຄັ້ງນີ້ກໍເປັນພຽງການແຂ່ງຂັນມິດຕະພາບລະຫວ່າງນັກສຶກສາຂອງລາວທ໊ອບ ແລະ ນັກສຶກສາຊັບພະຍາກອນນ້ຳ ເຊິ່ງເປັນການສ້າງສາຍສຳພັນອັນແໜ້ນແຟ້ນຂອງນັກສຶກສາທັງສອງສະຖາບັນ.     ອາກາດດີ ແດດບໍ່ມີ ຟ້າບໍ່ບົດຫຼາຍຈົນເກີນໄປ     ຜູ້ຈັດການທີມກຳລັງຄິດວາງແຜນໂຕ້ກັບໄວ     ຖ່າຍຮູບມິດຕະພາບນຳກັນ     ພາບບັນຍາກາດການແຂ່ງຂັນ     ກຳລັງໃຊ້ໄຫວພິບທຸກຢ່າງເຂົ້າໃນເກມການແຂ່ງຂັນ     ການແຂ່ງຂັນຄັ້ງນີ້ນຳທີມໂດຍອາຈານ ແຊມ ແລະ…

read more