ໃນວັນທີ 19-02-2012 ເວລາ 14:00 ທີ່ຜ່ານມາທີ່ເດີ່ນເຈົ້າອານຸວົງ ໄດ້ມີການພົບກັນລະວ່າງ ວິທະຍາໄລ ລາວທ໊ອບ ແລະ ວິທະຍາໄລ ຊັບພະວິຊາ.
ນຳໜ້າເປີດເກມໂດຍວິທະຍາໄລ ຊັບພະວິຊາ ເຊິ່ງຮູບເກມກໍຂ້ອນຂ້າງທີ່ຈະເທົ່າໆກັນ ປ່ຽນກັນຮັບ ປ່ຽນກັນບຸກ ຈົນມາຮອດນາທີ 39“ ວິທະຍາໄລ ຊັບພະວິຊາກໍໄດ້ປະຕູຂຶ້ນນຳໄປກ່ອນ ໂດຍການຍິງຂອງ ໝາຍເລກ 10 ພອນປະສິດ.

ຈາກນັ້ນວິທະຍາໄລ ລາວທ໊ອບກໍໂຫມບຸກ ແລະ ຖືກໂຕ້ກັບຈົນເກືອບເສຍປະຕູອີກຄັ້ງໜຶ່ງ ແຕ່ວ່າການບຸກຢ່າງຕໍ່ເນື່ອງກໍສົ່ງຜົນຈົນໄດ້ປະຕູຕີໄຂ່ແຕກໃນນາທີ 48“ ໂດຍໝາຍເລກ12 ອານິກອນ. ຈົບເກມໃນເຄິ່ງເວລາທຳອິດ ສະເໝີກັນ 1-1.
ໃນເຄິ່ງເວລາທີສອງ ຮູບເກມກໍຍັງເປັນແບບເກົ່າຄືປ່ຽນກັນຮັບປ່ຽນກັນບຸກຢ່າງຕໍ່ເນື່ອງ ແຕ່ວ່າໃນຊ່ວງກາງຂອງເຄິ່ງເວລາທີ່ສອງແມ່ນວິທະຍາໄລ ຊັບພະວິຊາໂຫມບຸກຢ່າງໜັກ ແຕ່ກໍຖືກທາງວິທະຍາໄລ ລາວທ໊ອບໂຕ້ກັບໄວຈົນເກືອບໄດ້ປະຕູໄປຫຼາຍເທື່ອ.

 

ໃນນາທີ 85“ ວິທະຍາໄລ ລາວທ໊ອບ ອາໄສລູກໂຕ້ກັບໄວ ຈົນໄດ້ປະຕູນຳຂຶ້ນໄປໂດຍ ໝາຍເລກ 4 ຊ້ຽນມາໄລ
ໃນຊ່ວງທົດເວລາ 4 ນາທີ ກໍມີການບຸກຢ່າງຕໍ່ເນື່ອງຈາກວິທະຍາໄລ ລາວທ໊ອບ.
ຈົບເວລາການແຂ່ງຂັນ ວິທະຍາໄລ ລາວທ໊ອບ ຊະນະ ວິທະຍາໄລ ຊັບພະວິຊາໄປ 2-1.

ເຊິ່ງໃນວັນດຽວກັນນັ້ນຍັງມີອີກຄູ່ຄື ວິທະຍາໄລ ລາວນາໆຊາດ ແລະ ວິທະຍາໄລ ຣັດຕະນະ. ຜົນການແຂ່ງຂັນແມ່ນສະເໝີກັນ 2-2
ພາບຖ່າຍໂດຍ: Tatum

 

ສຳລັບຮູບພາບບັນຍາກາດກອງເຊຍແມ່ນເບິ່ງໄດ້ທີ່ facebook.com/laotop
ນັດຕໍ່ໄປ ລາວທ໊ອບ ພົບກັບ ກົດໝາຍພາກກາງ ວັນທີ 25/02/2012 ເວລາ 16:00

Leave a Reply

Your email address will not be published. Required fields are marked *