ໃນວັນທີ 06/10/2012 ທີ່ຜ່ານມາ ໄດ້ມີພິທີມອບຮັບໃບປະກາສະນີຍາບັດໃຫ້ແກ່ບັນດິດໃໝ່ ຈຳນວນ 45 ທ່ານ ທີ່ວິທະຍາໄລ ລາວ-ທ໊ອບ. ຖືເປັນກຽດເຂົ້າຮ່ວມໂດຍທ່ານ ອານັນ ອາລຸນສະຫວັດ (ຮອງ ຫົວໜ້າສະພາທີ່ປຶກສາການສຶກສາພາກເອກະຊົນ), ທ່ານ ກວັນ ຢຸງ ວຸກ (ອຳນວຍການວິທະຍາໄລ ລາວ-ທ໊ອບ), ບັນດາໂຕແທນຈາກວິທະຍາໄລ ຕ່າງໆທີ່ຖືກຮັບເຊີນ ແລະ ພໍ່ແມ່ຜູ່ປົກຄອງຂອງບັນດິດໃໝ່. ທ່ານ ກວັນ ຢຸງ ວຸກ ໄດ້ຂຶ້ນກ່າວຂໍຂອບໃຈ ບັນດາແຂກທີ່ເຂົ້າຮ່ວມ ແລະ ບັນດາອາຈານ ຮ່ວມໄປເຖິງບັນດານັກສຶກສາທີ່ຮຽນຈົບແລ້ວ ແລະ ກຳລັງສຶກສາຢູ່ ທ່ານໄດ້ກ່າວວ່າ ໃບປະກາສະນີຍະບັດເປັນປະຕູສຸດທ້າຍທີຈະກ້າວອອກສູ່ສັງຄົມ ແລະ ໃນເວລາດຽວກັນກໍເປັນບາດກ້າວທຳອິດໃນການລິເລີ່ມເຮັດວຽກຮ່ວມກັນ ແລະ ທ່ານຍັງໄດ້ກ່າວຕື່ມອີກວ່າ ຄວາມຫວັງຂອງທ່ານແມ່ນ…
read moreນີ້ແມ່ນໃບໜ້າຂອງບັນດານັກສຶກສາທີ່ເປັນນັກຮຽນດີ ນັກຮຽນເດັ່ນ ຕັ້ງໃຈຮຽນ ບໍ່ຂາດຮຽນ ເຊິ່ງທາງວິທະຍາໄລ ລາວທ໊ອບກໍໄດ້ມອບໃບຍ້ອງຍໍຊົມເຊີຍໃຫ້ແດ່ນ້ອງໆນັກສຶກສາເຫຼົ່ານີ້
read moreໃນວັນທີ່ 27/12/2012 ທີ່ຜ່ານມາວິທະຍາໄລ ລາວ-ທ໊ອບໄດ້ຈັດຕັ້ງການຜ່ານບົດສຶກສາໂຄງການຂອງນັກສຶກສາຫຼັກສູດຊັ້ນສູງພາສາອັງກິດຮຸ່ນທີ່ 7 ເພື່ອເປັນການຢັ້ງຢືນວ່າບັນດານັກສຶກສາມີຄວາມສາມາດໃນການນຳໃຊ້ພາສາອັງກິດ ແລະ ຍັງເພື່ອໃຫ້ສຳເລັດຕາມຫຼັກສູດການສຶກສາຂອງກະຊວງສຶກສາໄດ້ວາງອອກ ໂດຍຖືເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ເກດມະນີ (ກະຊວງສຶກສາ) ແລະ ທ່ານ ອາຈານ ລຳໄພ ຂຸນດາວົງ (ຮອງອຳນວຍການ) ເຂົ້າມາຮ່ວມສັງເກດການໃນພິທີຜ່ານບົດສຶກສາໂຄງການຂອງນັກສຶກສາຫຼັກສູດຊັ້ນສູງ ທ່ານ ນາງ ເກດມະນີ ທ່ານ ອາຈານ ລຳໄພ ນັກສຶກສາທີຂຶ້ນຜ່ານບົດສຶກສາໂຄງການ
read more