ວັນທີ 29/08/2012 ທີ່ຜ່ານມາບັນດານັກສຶກສາປີສຸດທ້າຍຊຸດທີ ຫ້າ ຈຳນວນ 29 ຄົນ  ຂອງວິທະຍາໄລ ລາວ-ທ໊ອບ ໄດ້ຂຶ້ນສະເໜີບົດຈົບຊັ້ນເປັນລາຍບຸກຄົນ ເພື່ອສະແດງເຖິງຄວາມສາມາດ ແລະ

ຄວາມຮູ້ທັງໝົດທີ່ໄດ້ຮ່ຳຮຽນມາເປັນເວລາສາມປີ.

ພິທີດັ່ງກ່າວໄດ້ເລີ່ມຂຶ້ນເວລາ 9:00 ໂມງເຊົ້າ ໂດຍການເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ເກດມະນີ ຮອງພະແນກສຶກສານະຄອນຫຼວງ, ທ່ານ ນາງ ຄຳເມິງ ຫອມສົມບັດ

ຮອງສະພາການສຶກສາພາກເອກະຊົນ, ທ່ານ ອຳໄພ ສຸກຂະວົງ ວິຊາການກົມອາຊີວະສຶກສາ, ທ່ານ ປໍ ອິນສີຊຽງໄໝ່ ວິຊາການ ພະແນກການສຶກສາຊັ້ນສູງ ແລະ ທ່ານ ກວນ ຢຸງ ວຸກ ອຳນວຍການ

ວິທະຍາໄລ ລາວ-ທ໊ອບ ພ້ອມດ້ວຍຄະນະກຳມະການ ແລະ ບັນດານັກສຶກສາທີ່ເຂົ້າຮ່ວມຊົມ.

ໃນລະວ່າງການນຳສະເໜີບົດຈົບຊັ້ນ ບັນດານັກສຶກສາໄດ້ພາການຕັ້ງໃຈຢ່າງເຕັມທີ່ໃນການນຳສະເໜີແລະການຕອບຄຳຖາມຂອງອາຈານເປັນພາສາອັງກິດ ນັກສຶກສາບາງທ່ານກໍສາມາດນຳສະເໜີ ແລະ

ຕອບບົດໄດ້ດີ ແຕ່ບາງທ່ານກໍຕື່ນເຕັ້ນຈົນເຮັດໃຫ້ການນຳສະເໜີບົດອອກມາບໍ່ດີເທົ່າທີ່ຄວນ. ເຖິງຢ່າງໃດກໍຕາມບັນດານັກສຶກສາເລົ່ານີ້ລ້ວນແຕ່ມີຄວາມຕັ້ງອົກຕັ້ງໃຈໃນການສຶກສາ ແລະ

ການກະກຽມບົດຂອງຕົນເອງໃຫ້ດີທີ່ສຸດ.

ສຸດທ້າຍ ທ່ານ ອາຈານ ລຳໄພ ຂຸນດາວົງ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ຂຶ້ນກ່າວຍ້ອງຍໍຊົມເຊີຍບັນດານັກສຶກສາວ່າມີຄວາມຕັ້ງອົກຕັ້ງໃຈ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ

ກັນໃນການກະກຽມບົດ ແລະ ທ່ານຍັງໄດ້ກ່າວຍ້ອງຍໍບັນດາຄູອາຈານທີ່ຢູ່ຄຽງຂ້າງກັບນັກສຶກສາພ້ອມກັບຊ່ວຍເຫຼືອແນະນຳພວກເຂົາໃນການຂຽນບົດຈົບຊັ້ນນີ້.

ການນຳສະເໜີບົດຈົບຊັ້ນໃນຄັ້ງນີ້ ອາດຈະພົບກັບອຸປະສັກຫຍຸ້ງຍາກເລັກນ້ອຍ ເນື່ອງຈາກຂາດກະແສໄຟຟ້າ ເຊິ່ງເປັນເຫດສຸດວິໄສ

ແຕ່ບັນດານັກສຶກສາກໍຢູ່ລໍຖ້າຈົນໄຟຟ້າກັບມາແລ້ວກໍທຳການນຳສະເໜີບົດອີກຄັ້ງໜຶ່ງຈົນຈົບໃນເວລາ 18:30 ໂມງ.

More Photos on Facebook.com/LaoTop

Leave a Reply

Your email address will not be published. Required fields are marked *