ຫຼັກສູດເຝິກອົບຮົມຄອມພິວເຕີໄລຍະສັ້ນ  ສອນໂດຍອາຈານທີ່ມີຄຸນະພາບ ປະສົບການໃນການສອນສູງ

ເຮົາຈະເນັ້ນພາກປະຕິບັດເພື່ອໃຫ້ທ່ານໄດ້ນຳໃຊ້ຄອມພິວເຕີຢ່າງຄ່ອງແຄ້ວ

 

Microsoft Office Course

  • ຮຽນຮູ້ການນຳໃຊ້ໂປຣແກຣມຫ້ອງການຕ່າງໆໃນໄລຍະສັ້ນ
  • ເໝາະກັບພະນັກງານທີ່ຕ້ອງການບຳລຸງຄວາມຮູ້ເພີ່ມຕື່ມໃນການໃຊ້ງານໂປຣແກຣມຫ້ອງການ
  • ຮຽນຮູ້ການຈັດໜ້າເອກະສານ, ການພິມ, ການຄິດໄລ່ບັນຊີ, ຄິດໄລ່ລາຍຮັບລາຍຈ່າຍ ແລະ ສ້າງບົດນຳສະເໜີ
  • ໂປຣແກຣມທີ່ຮຽນ: Word, Excel, PowerPoint, ຮັບ-ສົ່ງອີເມວ.

 

Microsoft Office Word

  • ຮຽນຮູ້ວິທີການໃຊ້ຄອມພິວເຕີຕັ້ງແຕ່ເລີ່ມຕົ້ນ
  • ເໝາະກັບຜູ້ທີ່ບໍ່ມີພື້ນຖານມາກ່ອນ ຫຼື ຜູ້ທີ່ຕ້ອງການຮຽນເຈາະເລິກກ່ຽວກັບການໃຊ້ງານໂປຣແກຣມ Word
  • ຮຽນຮູ້ການຈັດໜ້າເອກະສານ, ການພິມ, ການສ້າງບົດລາຍງານ, ການສ້າງບັດເຊີນ, ການພິມໃບຄຳຮ້ອງ ຫຼື ເອກະສານຕ່າງໆທີ່ຕ້ອງໄດ້ໃຊ້ໃນຫ້ອງການ

 

Microsoft Office Excel

  • ຮຽນຮູ້ການສ້າງຕາຕະລາງລາຍຮັບລາຍຈ່າຍ ສ້າງບັນຊີຕ່າງໆ
  • ເໝາະກັບຜູ້ທີ່ເຮັດວຽກກ່ຽວກັບບັນຊີ, ສາງ, ຫຼື ວຽກຫ້ອງການອື່ນໆທີ່ຈະຕ້ອງມີການຄິດໄລ່ຄຳນວນ
  • ນັກສຶກສາສາຍບັນຊີ ຫຼື ການເງິນແມ່ນຈະຕ້ອງໄດ້ໃຊ້ໂປຣແກຣມ Excel ຢູ່ຕະຫຼອດເວລາ
  • ສູດທີ່ໃຊ້ຮຽນແມ່ນມີສູດຄຳນວນທົ່ວໄປ, ສູດຄຳນວນຫາອັດຕາດອກເບ້ຍ, ສູດຄຳນວນເງິນເດືອນ, ສູດຄິດໄລ່ຄ່າເຊື່ອມລາຄາ ແລະ ອື່ນໆທີ່ຈະຕ້ອງໃຊ້ໃນຊີວິດຈິງ

 

Microsoft Office PowerPoint

  • ຮຽນຮູ້ການສ້າງບົດນຳສະເໜີຕ່າງໆ ບໍ່ວ່າຈະເປັນບົດນຳສະເໜີສິນຄ້າ, ໂຄງການ ຫຼື ບົດນຳເໜີບົດຈົບຊັ້ນຂອງນັກສຶກສາ
  • ເໝາະກັບພະນັກງານ ຫຼື ນັກສຶກສາທີ່ສົນໃຈ
  • ຮຽນຮູ້ວິທີສ້າງບົດນຳເໜີໃຫ້ໜ້າສົນໃຈ ແລະ ດຶງດູດຜູ້ຊົມ

 

Microsoft Office Access

  • ຮຽນຮູ້ກ່ຽວກັບຖານຂໍ້ມູນ, ວິທີການສ້າງຖານຂໍ້ມູນດ້ວຍ Access
  • ເໝາະກັບນັກສຶກສາທີ່ສົນໃຈເລື່ອງການສ້າງຖານຂໍ້ມູນ ຫຼື ພະນັກງານຜູ້ທີ່ເຮັດວຽກກ່ຽວກັບຖານຂໍ້ມູນ
  • ສ້າງຖານຂໍໍ້ມູນໄວ້ສຳລັບເກັບຂໍ້ມູນ
  • ນຳເອົາຂໍ້ມູນທີ່ສ້າງນັ້ນມາປະມວນຜົນເພື່ອການຕັດສິນໃຈຕ່າງໆ

 

Graphic Design

  • ຮຽນຮູ້ການສ້າງງານພິມຕ່າງຕ່າງດ້ວຍໂປຣແກຣມ Photoshop ແລະ Illustrator
  • ເໝາະກັບນັກສຶກສາ ຫຼື ພະນັກງານຜູ້ທີ່ສົນໃຈກ່ຽວກັບການອອກແບບສື່ສິ່ງພິມ
  • ຮຽນຮູ້ຕັ້ງແຕ່ພີ້ນຖານຈົນສ້າງເປັນ

 

Web Design

  • ຮຽນຮູ້ການສ້າງ ແລະ ອອກແບບໜ້າເວັບດ້ວຍພາສາ HTML ແລະ CSS
  • ພ້ອມທັງການໃຊ້ງານໂປຣແກຣມຊ່ວຍເຊັ່ນ Dream Weaver ແລະ Notepad++
  • ເໝາະກັບນັກອອກແບບ ຫຼື ນັກສຶກສາຜູ້ທີ່ສົນໃຈໃນການສ້າງເວັບໄຊ

 

Computer Repair

  • ຮຽນຮູ້ວິທີການກວດສອບບັນຫາ, ແກ້ໄຂບັນຫາຄອມພິວເຕີ
  • ການຂ້າໄວຣັສ, ການແຮັກລະຫັດວິນໂດເພື່ອຍາມຈຳເປັນ
  • ການລົງວິນໂດ, ການລົງໂປຣແກຣມຕ່າງໆ, ການແບັກອັບຂໍ້ມູນ ແລະ ອື່ນໆອີກຫຼວງຫຼາຍ
  • ພ້ອມນັ້ນຍັງໄດ້ຮຽນຮູ້ການຕ້ັງເຄືອຂ່າຍ, ການຕັ້ງຄ່າສຳລັບສົ່ງເອກະສານຜ່ານເຄືອຂ່າຍ, ຫຼື ເຄືອຂ່າຍສຳລັບຮ້ານເນັດ ຫຼື ຮ້ານເກມເປັນຕົ້ນ

 

ທຸກໆຫຼັກສູດທີ່ຮຽນມາ ແມ່ນມີໃບຢັ້ງຢືນໃຫ້ເມື່ອຈົບການສຶກສາ

 

Leave a Reply

Your email address will not be published. Required fields are marked *