ໃນວັນເສົາທີ 20 ເດືອນ ກຸມພາ 2021 ທີເດີ່ນ ບານເຕະ Ferrari ທາງວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີເປີດການແຂ່ງຂັນບານເຕະປະຈຳປີຂອງວິທະຍາໄລ ໂດຍ ທ່ານ ພັນທະວິໄລ ນວນຮຸນ ປະທານສະໂມສອນ ລາວ-ທ໊ອບ ເອັບຊີ.

ວັດຖຸປະສົງໃນການຈັດການແຂ່ງຂັນບານເຕະປະຈຳວິທະຍາໄລໃນຄັ້ງແມ່ນ ເພື່ອສ້າງຂະບວນການຟົດຟືນ ແລະ ຄວມສາມັກໃນວິທະຍາໄລ, ເພື່ອເປັນການຄຳນັບຮັບຕອນວັນແມ່ຍິງສາກົນ ວັນທີ 8 ເດືອນ ມັງກອນ 2021 ທີ່ຈະມາເຖິງນີ້ ແລະ ເພື່ອເປັນການປະຕິປະຕາມ 5 ຫັກມູນການສຶກສາ ທີ່ທາງກະຊວງສຶກສາ ແລະ ກິລາວາງອອກ

ການເປີດການແຂ່ງຂັນໃນຄັ້ງນີ້ໄດ້ມີທາງຄູອານຈານ, ພະນັກງານ ແລະ ນ້ອງໆນັກສຶກສາຈາກທຸກສາຂອງວິທະຍາໄລ ລາວ-ທ໊ອບ ເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ຟົດຟື້ນ

ຂໍເຊີນເຖິງບັນດາທ່ານທີສົນໃຈກິລາບານເຕະເຂົ້າຮ່ວມຮັບຊົມການນແຂ່ງຂັນຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ທຸກໆວັນເສົາ ເວລາ 16:00 – 17:00

Leave a Reply

Your email address will not be published. Required fields are marked *