ລະຫວ່າງວັນທີ 24 ຫາ 26 ມິຖຸນາ 2026 ທີ່ ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ມີການຈັດ ກອງປະຊຸມເຜຜີຍແຜ່ເຝິກອົບຮົມປະກັນຄຸນນະພາບ ສຳລັບພາກເອກະຊົນ (ເຄືອຂ່າຍພາກກາງ) ເຊິ່ງຈັດຂຶ້ນໂດຍ ກົມອາຊີວະສຶກສາ ແລະ ກົມປະກັນຄຸນນະພາບ ກະຊວງສຶກສາທິການ ແລະ ກິລາ

(ຊ້າຍ) ທ່ານ ປອ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບ ແລະ (ຂວາ) ທ່ານ ຈັນທະວົງ ແກ້ວວິໄລ ອຳນວຍການ ວິທະຍາໄລ ເຕັກນິກແຂວງວຽງຈັນ

ໂດຍການເປັນປະທານເປີດກອງປະຊຸມແມ່ນ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບ ແລະ ປະທານຮ່ວມແມ່ນ ທ່ານ ຈັນທະວົງ ແກ້ວວິໄລ ອຳນວຍການ ວິທະຍາໄລ ເຕັກນິກແຂວງວຽງຈັນ.

ໂດຍ ທ່ານ ປອ ປັນຍາ ຈັນທະວົງ ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມຄືດັ່ງນີ້

  • ເຜີຍແຜ່ ແລະ ເຝິກອົບຮົມ ຄູ່ມືການປະກັນຄຸນນະພາບການສຶກສາສະບັບໃໝ່ ປີ 2024 ໂດຍກົມປະກັນຄຸນນະພາບ
  • ເຜີຍແຜ່ນິຕິການກ່ຽວກັບການສຶກສາ 3 ສະບັບຄື: ຂໍ້ຕົກລົງວ່າດ້ວຍການທົດສອບທັກສະອາຊີບ, ຂໍ້ຕົກລົງວ່າດ້ວຍການສອບເສັງສະຖານອາຊີວະສຶກສາ ແລະ ຂໍ້ຕົກລົງວ່າດ້ວຍການອອກໃບປະກາສະນີຍະບັດ ແລະ ໃບຢັ້ງຢືນ ໂດຍກົມອາຊີວະສຶກສາ
  • ເຜີຍແຜ່ລະບົບບໍລິຫານສະຖານອາຊີວະສຶກສາ https://tvet.lesmis.edu.la:5001/ Technical and Vocational Education and Training Management Information System ໂດຍກົມຂໍ້ມູນຂ່າວສານກະຊວງ
  • ເຜີຍແຜ່ຂໍ້ຕົກລົງ ແລະ ນິຕິກຳທີ່ກ່ຽວຂ້ອງກັບສະຖານສຶກສາພາກເອກະຊົນ ໂດຍ ກົມສົ່ງເສີມການສຶກສາພາກເອກະຊົນ

ສຳລັບ ວິທະຍາໄລ ລາວ-ທ໊ອບ ແມ່ນໄດ້ຮັບການເຊື້ອເຊີນຈາກກົມອາຊີວະສຶກສາ ອີງຕາມ ໜັງສືເຊີນ ເລກທີ 1460/ອສ ວັນທີ 15 ມິຖຸນາ 2026 ກະຊວງສຶກສາທິການ ແລະ ກິລາ ເຊິ່ງໄດ້ສົ່ງ ທ່ານ ສົມປະສົງ ວົງຖາວອນ ຮອງອຳນວຍການ ຝ່າຍແຜນການ ແລະ ນະວັດຕະກຳ ແລະ ທ່ານ ໄຊສຸລິສັກ ແດນຈຳປາ ວິຊາການຄຸ້ມຄອງໃບປະກາດ.

ໃນກອງປະຊຸມກໍໄດ້ມີຫຼາກຫຼາຍວິທະຍາໄລ ແລະ ສະຖາບັນເຂົ້າຮ່ວມ

ບັນຍາກາດກ່ອນການເປີດກອງປະຊຸມເຜຜີຍແຜ່ເຝິກອົບຮົມປະກັນຄຸນນະພາບ ສຳລັບພາກເອກະຊົນ (ເຄືອຂ່າຍພາກກາງ)

ໃນຕອນທ້າຍ ຂອງວັນທີ 26 ມິຖຸນາ 2026 ທ່ານ ອຳໄພ ສຸກຂະວົງ ວິຊາການ ແລະ ຮອງຫົວໜ້າພະແນກກວດກາ, ຕິດຕາມ ແລະ ປະເມີນ ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ກ່າວສະຫຼຸບຕໍ່ປະທານ ແລະ ທີ່ປະຊຸມ. ເຊິ່ງແມ່ນ ທ່ານ ປອ ສາຍສະໝອນ ງາມສີ ໃຫ້ກຽດເປັນຜູ້ກ່າວຄຳຄິດຕໍ່ທີ່ປະຊຸມ ແລະ ກ່າວປິດຢ່າງເປັນທາງການ.

ສຳລັບວິທະຍາໄລ ລາວ-ທ໊ອບ ກໍຈະໄດ້ນຳໝາກຜົນຂອງການເຝິກອົບຮົມຄັ້ງນີ້ ໄປຜັນຄະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດຂຶ້ນຈິງ ພ້ອມສູ່ການຍົກສະຖານະ ແລະ ການຈັດຕັ້ງຫຼັກສູດທີ່ມີຄຸນນະພາບ ເພື່ອຜະລິດແຮງງານອອກຮັບໃຊ້ສັງຄົມ.

ວິທະຍາໄລ ລາວ-ທ໊ອບ ສ້າງຕັ້ງຂຶ້ນໃນປີ 2007 ໂດຍດຳເນີນຫຼັກສູດການຮຽນການສອນ ລະດັບຊັ້ນສູງ ປະກອບມີ

  • ພາສາອັງກິດເພື່ອການສື່ສານ
  • ພັດທະນາໂປຣແກຣມ
  • ອອກແບບເວັບໄຊ້
  • ບໍລິຫານທຸລະກິດ
  • ການເງິນ ແລະ ການບັນຊີ
  • ພາສາຈີນ ພາສາຫວຽດນາມ
  • ຄອມພິວເຕີໄລຍະສັ້ນ ເສົາ-ອາທິດ