ໃນວັນທີ 30 ມິຖຸນາ 2026 ທີ່ ຫ້ອງປະຊຸມ ມັດທະຍົມສຶກສາວຽງຈັນ ໄດ້ມີການເປີດກອງປະຊຸມ ເພື່ອປຶກສາຫາລື ປະຈຳປີ 2026 ຂອງສະມາຄົມການສຶກສາພາກເອກະຊົນ ສາອາຊີວະ.

ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍແມ່ນ ທ່ານ ໂຍພິນ ເວດສະພົງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ຮັບຜິດຊອບສາຍອາຊີວະ ແລະ ທ່ານ ສີທົນ ພະແນກສຶກສານະຄອນຫຼວງ ພ້ອມດ້ວຍອຳນວຍການ, ຄະນະບໍລິຫານ ຈາກສະຖານອາຊີວະສຶກສາພາກເອກະຊົນ ແລະ ພາກລັດ.

ວິທະຍາໄລ ລາວ-ທ໊ອບ ກໍໄດ້ເຂົ້າຮ່ວມ ເຊິ່ງຕາງໜ້າໂດຍແມ່ນ ທ່ານ ສົມປະສົງ ວົງຖາວອນ ຮອງອຳນວຍການຝ່າຍແຜນການ ແລະ ນະວັດຕະກຳ.

ໃນກອງປະຊຸມໄດ້ມີຄຳຖາມເຈາະຈີ້ມ 6 ປະເດັນ ທີ່ເປັນຄຳຖາມເປີດກວ້າງໃຫ້ບັນດາວິທະຍາໄລ ໄດ້ຮ່ວມປະກອບຄຳຄິດເຫັນ ເພື່ອນຳສະເໜີຕໍ່ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມໃຫຍ່ຜູ້ບໍລິຫານການສຶກສາ ປະຈຳປີ 2026 ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ຄຳຖາມເຈາະຈີ້ມປະກອບມີ

  1. ຄວນສ້າງກົນໄກການຮ່ວມມືກັນ ພາກລັດ ສາຍອາຊີວະ ແລະ ຂະແໜງການທີ່ກ່ຽວຂ້ອງ ຄືແນວໃດ?
  2. ຄວນສ້າງກົນໄກການຮ່ວມມືລະຫວ່າງ ໂຮງຮຽນເຕັກນິກ, ສູນ, ວິທະຍາໄລ, ແລະ ສາຍສາມັນ ຄືແນວໃດ?
  3. ຄວນຊຸກຍູ້ ສົ່ງເສີມ ແລະ ພັດທະນາ ບັນດາຄູອາຈານ ແລະ ຜູ້ບໍລິຫານວິທະຍາໄລສາຍອາຊີວະ ໃຫ້ມີຂັ້ນຕອນເພີ່ມຂຶ້ນ ຄືແນວໃດ?
  4. ທ່ານມີວິທີການ ທີ່ຈະຊັກຈູງແຮງຈູງໃຈ ໃຫ້ກັບນັກຮຽນມີຄວາມສົນໃຈ ເຂົ້າມາຮຽນໃນສາຍອາຊີວະສຶກສາ?
  5. ການເຮັດກິດຈະກຳຮ່ວມກັນ ສະຖາບັນການສຶກສາເອກະຊົນ ໃຫ້ມີປະສິດທິພາບ ສຶກສາ ສາຍອາຊີວະ ມີວິທີໃດ?
  6. ຄວນສ້າງກົນໄກ ການຄຸ້ມຄອງບໍລິຫານ ລະຫວ່າງ ສູນ ໂຮງຮຽນ ວິທະຍາໄລ ສາຍອາຊີວະ ໃຫ້ມີຄວາມເຂັ້ມແຂງຄືແນວໃດ?
ບັນຍາກາດໃນທີ່ປະຊຸມປຶກສາຫາລືປະຈຳປີຂອງສະມາຄົມການສຶກສາພາກເອກະຊົນ ສາຍອາຊີວະ
ທ່ານ ໂຍທິນ ເວດສະພົງ ກຳລັງປະກອບຄຳຄິດເຫັນຕໍ່ທີ່ປະຊຸມ