ໃນວັນທີ 30 ມິຖຸນາ 2026 ທີ່ ຫ້ອງປະຊຸມ ມັດທະຍົມສຶກສາວຽງຈັນ ໄດ້ມີການເປີດກອງປະຊຸມ ເພື່ອປຶກສາຫາລື ປະຈຳປີ 2026 ຂອງສະມາຄົມການສຶກສາພາກເອກະຊົນ ສາອາຊີວະ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍແມ່ນ ທ່ານ ໂຍພິນ ເວດສະພົງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ຮັບຜິດຊອບສາຍອາຊີວະ ແລະ ທ່ານ ສີທົນ ພະແນກສຶກສານະຄອນຫຼວງ ພ້ອມດ້ວຍອຳນວຍການ, ຄະນະບໍລິຫານ ຈາກສະຖານອາຊີວະສຶກສາພາກເອກະຊົນ ແລະ ພາກລັດ. ວິທະຍາໄລ ລາວ-ທ໊ອບ ກໍໄດ້ເຂົ້າຮ່ວມ ເຊິ່ງຕາງໜ້າໂດຍແມ່ນ ທ່ານ ສົມປະສົງ ວົງຖາວອນ ຮອງອຳນວຍການຝ່າຍແຜນການ ແລະ ນະວັດຕະກຳ. ໃນກອງປະຊຸມໄດ້ມີຄຳຖາມເຈາະຈີ້ມ 6 ປະເດັນ ທີ່ເປັນຄຳຖາມເປີດກວ້າງໃຫ້ບັນດາວິທະຍາໄລ…

read more