ປະທານວິທະຍາໄລ ລາວ-ທ໊ອບ ທ່ານ ກວັນຢຸງວຸກ ໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້

ເພື່ອເປັນການຕອບແທນບຸນຄຸນໃຫ້ແກ່ນັກສຶກສາ ທີ່ມີສ່ວນຮ່ວມໃນການສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນຢຸງວຸກ ຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ທີ່ສາມາດຍາດໄດ້ ຮອງຊະນະເລີດອັນດັບ 3 ໃນການແຂ່ງຂັນ Pepsi Cheerleading Contest 2016 ທີ່ຫາກໍຜ່ານໄປສົດໆຮ້ອນໆ. ເຊິ່ງມີນ້ອງນັກສຶກສາທັງໝົດ 18 ຄົນ. ມີທັງມາຈາກພາກວິຊາ ພາສາອັງກິດ, ໄອທີ, ແລະ ຄອມພິວເຕີທຸລະກິດ.

ວິທະຍາໄລ ລາວ-ທ໊ອບ ຂໍຂອບໃຈນ້ອງໆນັກສຶກສາທີ່ປະກອບສ່ວນສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ ໃນການແຂ່ງຂັນເຕັ້ນເຊຍລີດເດີ້ ທັງຊຸດທຳອິດປີ 2014, 2015, ແລະ ລ່າສຸດ 2016. ນອກຈາກໄດ້ຮັບລາງວັນ ແລະ ທຶນການສຶກສາແລ້ວ ສິ່ງທີ່ນ້ອງໆນັກສຶກສໄດ້ແມ່ນມິດຕະພາບອັນຮັດແໜັນລະວ່າງບັນດານັກສຶກສາແຕ່ລະພາກວິຊາ ແລະ ຍັງໄດ້ສຸຂະພາບທີ່ແຂງແຮງ ພ້ອມກັບທັກສະໃໝ່ໆໃນຊີວິດ. ເຊິ່ງທັງໝົດນັ້ນເອີ້ນວ່າປະສົບການຊີວິດ ທີ່ນ້ອງໆບໍ່ສາມາດຫາຈາກຫ້ອງຮຽນໄດ້.

 

Lao-Top Cheerleaders
Lao-Top Cheerleaders

ຖ້າຫາກວ່ານ້ອງໃດສົນໃຈໃນກິລາປະເທດນີ້ ກໍສາມາດຕິດຕໍ່ພົວພັນໄດ້ທີ່ຫ້ອງການບໍລິຫານ ຫຼື ຝ່າຍຕ້ອນຮັບໄດ້ຕະຫຼອດເວລາ ພວກເຮົາຍິນດີຮັບທຸກໆຄົນ

Leave a Reply

Your email address will not be published. Required fields are marked *