ສານຈາກອຳນວຍການ ວິທະຍາໄລ ລາວ-ທ໊ອບ

ໃກ້ຈະຮອດຍາມເສັງທ້າຍພາກຮຽນແລ້ວ ນັກສຶກສາຫຼາຍຄົນກໍກຳລັງຂຸ້ນຂ້ຽວໃສ່ໃນການເບິ່ງບົດຮໍ່າບົດຮຽນເພື່ອຈະຍາດເອົາຜົນເສັງໃຫ້ດີທີ່ສຸດ ເພື່ອເປັນການພິສູດວ່າຕົນເອງມີຄວາມມານະອົດທົນພຽງໃດ

ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ກໍໄດ້ສົ່ງສານອວຍພອນເຖິງນັກສຶກສາ ດ້ວຍຄວາມເປັນຫ່ວງເປັນໄຍດັ່ງນີ້:

ຂໍໃຫ້ນັກສຶກສາໝົດທຸກຄົນ ຈົ່ງພາກັນສຶກສາຮໍ່າຮຽນ ເພື່ອຍາດເອົາຄະແນນທີ່ດີໃນການສອບເສັງທ້າຍເທີມນີ້ ບໍ່ວ່າຈະເປັນພາກວິຊາພາສາອັງກິດ, ຄອມພິວເຕີ ຫຼື ບໍລິຫານທຸລະກິດ ກໍດີ. ໃຫ້ທຸກຄົນເອົາໃຈໃສ່ໃນການຮຽນ ແລະ ຈັດສັນເວລາໃຫ້ເກີດປະໂຫຍດສູງສຸດ.
ສຸດທ້າຍນີ້ ເນື່ອງໃນໂອກາດໃກ້ຈະຮອດປີໃໝ່ສາກົນ ກໍຂໍອວຍໄຊໃຫ້ພອນແກ່ບັນດານັກສຶກສາໝົດທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ດູແລຮັກສາສຸຂະພາບຕົນເອງໃຫ້ດີໆ ເພື່ອການຮຽນທີ່ດີໄປພ້ອມໆກັນ. ປີໃໝ່ຟ້າໃໝ່ນີ້, ຜູ້ໃດທີ່ຍັງບໍ່ທັນເອົາໃຈໃສ່ ຍັງມັກຂາດຮຽນ ກໍຂໍໃຫ້ປັບປຸງປ່ຽນແປງຕົນເອງ ໃຫ້ເປັນຄົນທີ່ດີຂຶ້ນກ່ອນເກົ່າ ເປັນນັກຮຽນທີ່ດີ, ເປັນລູກທີ່ດີ ແລະ ເປັນພົນລະເມືອງທີ່ດີ

ຈາກສານຂອງທ່ານອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍຂໍໃຫ້ນັກສຶກສາທຸກຄົນຈົ່ງປະຕິບັດຕາມເພື່ອຜົນປະໂຫຍດຂອງນັກສຶກສາເອງ. ດັ່ງທີ່ນັກສຶກສາໄດ້ເຫັນໃນເທີມນີ້ແລ້ວ ສຳລັບນັກສຶກສາຜູ່ໃດທີ່ມັກຂາດຮຽນ ກໍຈະບໍ່ມີສິດສອບເສັງ. ສະນັ້ນ, ຖ້າຫາກຢາກສອບເສັງ ກໍມາຮຽນໃຫ້ຄົບຊົ່ວໂມງຮຽນ ເພື່ອຈະໄດ້ມີສິດສອບເສັງ

Leave a Reply

Your email address will not be published. Required fields are marked *