ວິທະຍາໄລ ລາວ-ທ໊ອບ ກຽມພ້ອມເປີດຮຽນຄືນໃໝ່ ວັນທີ 15 ມິຖຸນາ 2020 ໂດຍມີການກວດກາເຂັ້ມງວດນັກສຶກສາ ແລະ ຄູອາຈານໝົດທຸກຄົນ.

ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ຮຽກຮ້ອງໃຫ້ນັກສຶກສາ ແລະ ຄູອາຈານໝົດທຸກຄົນຈົ່ງໃສ່ໃຈຮັກສາຄວາມສະອາດ ໂດຍໃຫ້ປະຕິບັດມາດຕະການ ໝັ່ນລ້າງມືໃຫ້ສະອາດ, ກິນອາຫານທີ່ສຸກແລ້ວ, ຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ.

ນອກນັ້ນ, ເພື່ອເປັນການພັດທະນາຫຼັກສູດອອນລາຍ ເພິ່ນຍັງແນະນຳໃຫ້ຄູອາຈານທຸກຄົນຊ່ວຍກັນສ້າງສື່ການສອນແບບ Digital ເພື່ອໃຫ້ມີຄວາມທັນສະໄໝ ເຂົ້າຍຸກອິນເຕີເນັດ. ເນັ້ນການສອນແບບປະສົມຄືມີທັງແບບ Off-line ແລະ Online ເຂົ້ານຳກັນ ເພື່ອກຽມພ້ອມ ຖ້າຫາກມີສະຖານະການສັ່ງປິດອີກເປັນຮອບທີສອງ.

ສຸດທ້າຍແລ້ວ ເພິ່ນຍັງຮຽກຮ້ອງໃຫ້ນັກສຶກສາໝົດທຸກຄົນກັບມາຮຽນໃຫ້ຄົນຄືເກົ່າ ເພື່ອສ້າງບັນຍາກາດອັນຝົດຟື້ນໃນຫ້ອງຮຽນໃຫ້ກັບມາດັ່ງເຊັ່ນເຄີຍ.

Leave a Reply

Your email address will not be published. Required fields are marked *