Welcoming Sogang University

ໃນວັນທີ 13 ກຸມພາ 2017, ວິທະຍາໄລ ລາວ-ທ໊ອບ ໄດ້ຕ້ອນຮັບການມາຢ້ຽມຢາມແລກປ່ຽນວັດທະນະທຳຄັ້ງທີ່ສອງຈາກນັກສຶກສາ ມະຫາວິທະຍາໄລ ໂຊກັງ ປະເທດເກົາຫຼີ.

ການມາຢ້ຽມຢາມຈາກຄະນະຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ໂຊກັງ ໃນຄັ້ງນີ້ແມ່ນເພື່ອການມາແລກປ່ຽນວັດທະນະທຳກັນລະຫວ່າງນັກສຶກສາລາວ ແລະ ເກົາຫຼີ. ນອກນັ້ນ, ຍັງເປັນການມາທັດສະນະສຶກສາຂອງມະຫາວິທະຍາໄລດັ່ງກ່າວດ້ວຍ. ຄູ່ອາຈານແລະນັກສຶກສາທີ່ມາໃນຄັ້ງນີ້ແມ່ນມີປະມາ 30 ກວ່າຄົນ.

ທາງວິທະຍາໄລ ລາວ-ທ໊ອບເຮົາກໍໄດ້ຕ້ອນຮັບການມາຢ້ຽມຢາມຄັ້ງນີ້ດ້ວຍດີ ໂດຍການກະກຽມບົດຟ້ອນທີ່ມີຊື່ວ່າ ສາວລາວມ່ວນຊື່ ໃຫ້ແກ່ນັກສຶກສາເກົາຫຼີໄດ້ຊົມ. ນອກນັ້ນ ຍັງມີການແລກປ່ຽນຂອງທີ່ລະນຶກກັນລະວ່າງນັກສຶກສາທັງສອງປະເທດ. ໃນທ້າຍງານ ທາງທີມຟ້ອມຂອງວິທະຍາໄລ ລາວ-ທ໊ອບ ໄດ້ສອນວິທີເຕັ້ນບາສະລົບໃຫ້ແກ່ນັກສຶກສາເກົາຫຼີ ເຊິ່ງໄດ້ຮັບຄວາມສົນໃຈຈາກທຸກຄົນໆ

Leave a Reply

Your email address will not be published. Required fields are marked *