ການແຂ່ງບານສົ່ງເພື່ອຕ້ອນຮັບວັນແມ່ຍິງສາກົນ ໃນວັນທີ 8 ມີນາ 2015

ວິທະຍາໄລ ລາວທ໊ອບ ໄດ້ຈັດການແຂ່ງຂັນບານສົ່ງຍິງ ໃນວັນເສົາ ທີ 7 ມີນາ 2015 ເພື່ອເປັນການຄຳນັບຮັບຕ້ອນວັນແມ່ຍິງສາກົນ ແລະ ເປັນການສ້າງຂະບວນການຝົດຟື້ນໃນຂົງເຂດວິທະຍາໄລ ກໍຄືຄູອາຈານ ແລະ ນັກສຶກສາທຸກໆພາກວິຊາ ບໍ່ວ່າຈະເປັນສາຂາພາສາອັງກິດ, ໄອທີ ແລະ ບໍລິຫານທຸລະກິດເປັນຕົ້ນ.
ການແຂ່ງຂັນໄດ້ເບີກບານມ່ວນຊື່ນ ເຕັມໄປດ້ວຍສຽງຂອງນັກສຶກສາ
ການແຂ່ງຂັນໄດ້ຈົບລົງໂດຍແມ່ນນັກສຶກສາປີ I-2 (A&B Evening) ໄດ້ຮັບລາງວັນຊະນະເລີດ
ຕາມມາດ້ວຍຮອງຊະນະເລີດແມ່ນນັກສຶກສາໄອທີ ປີ II-2 (Morning)
ອັນດັບ 3 ແມ່ນນັກສຶກສາ Foudation 5 (Evening)
 ແລະ ອັນດັບສຸດທ້າຍແມ່ນ ນັກສຶກສາປີ I-2 (A Morning)
 
 

Leave a Reply

Your email address will not be published. Required fields are marked *