Lao-Top College organized a Spelling Bee Kids 2021

ໃນວັນສຸກ ທີ 26 ມີນາ 2021 ທີ່ຫ້ອງ TOP HALL ຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ມີການຈັດງານແຂ່ງຂັນສະກົດຄຳພາສາອັງກິດ ສຳລັບເດັກ ປະຈຳປີ 2021 ຂຶ້ນ ໂດຍມີວັດຖຸປະສົງເພື່ອສົ່ງເສີມການຮຽນພາສາອັງກິດ ເນັ້ນທີ່ການຈື່ຈຳຄຳສັບໃຫ້ຫຼາກຫຼາຍ.

ໃຫ້ເຂົ້າຮ່ວມເປີດພິທີໂດຍແມ່ນ ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ແລະ ບັນດາຄູອາຈານຈາກຫ້ອງ Junior ທັງໝົດ

ຜູ້ເຂົ້າແຂ່ງຂັນທັງໝົດແມ່ນຢູ່ໃນລະດັບ Junior ຫຼື ປະຖົມ ຫາ ມັດທະຍົມຕອນຕົ້ນ ອາຍຸລະຫວ່າງ 9 ຫາ 13 ປີ ມີຈຳນວນທັງໝົດ 37 ຄົນ. ເຊິ່ງວິທີແຂ່ງຂັນແມ່ນຈະໃຫ້ວົນກັນເທື່ອລະຄົນຂຶ້ນສະກົດຄຳສັບທີ່ກຳມະການອ່ານ ຜູ້ໃດທີ່ສະກົດຜິດແມ່ນເສຍຕົກຮອບທັນທີ ສ່ວນຜູ້ທີ່ສະກົດຖືກກໍໃຫ້ກັບໄປຕໍ່ທ້າຍແຖວ ວົນແບບນີ້ໄປເລື້ອຍໆ ຈົນເຫຼືອ 2 ຄົນສຸດທ້າຍ. ໃນຮອບຕັດສິນ 2 ຄົນສຸດທ້າຍແມ່ນມີທ້າວ ພັດສະກອນ ຈັນທະວົງສາ ຫ້ອງ J8 ແລະ ນາງ ພັດສະລິດາ ສະຫງ່າສີ ຫ້ອງ J2.

ຮອບ 2 ຄົນສຸດທ້າຍແມ່ນຄະນະກຳມະການຈະມີຄຳສັບພິເສດມາໃຫ້ ໂດຍທີ່ຜູ້ເຂົ້າແຂ່ງຂັນຈະບໍ່ຮູ້ຄຳສັບເລົ່ານີ້ມາກ່ອນ ກຳມະການຈະເອີ້ນເທື່ອລະຄົນຂຶ້ນສະກົດຄຳ ຫາກຜູ້ໃດສະກົດຖືກກ່ອນແມ່ນຊະນະໄປເລີຍ.

ກຳມະການກໍໄດ້ປ່ຽນຜຽນຄຳສັບໄປຮອດ 3 ຮອບ ແລະ ສຸດທ້າຍກໍແມ່ນ ທ້າວ ພັດສະກອນ ຈັນທະວົງສາ ຈາກຫ້ອງ J8 ທີ່ຊະນະໄປ

ສະຫຼຸບແລ້ວ

ອັນດັບ 1: ທ້າວ ພັດສະກອນ ຈັນທະວົງສາ ຈາກຫ້ອງ J8
ອັນດັບ 2: ນາງ ພັດສະລິດາ ສະຫງ່າສີ ຈາກຫ້ອງ J2
ອັນດັບ 3: ນາງ ສຸກສະຫວັນ ລາສີຈັນ ຫ້ອງ J4

Lao-Top College Spelling Bee 2021
Lao-Top Spelling Bee 2021
Lao-Top Spelling Bee 2021
Lao-Top Spelling Bee 2021

Leave a Reply

Your email address will not be published. Required fields are marked *