1. Commit yourself to make lots of mistakes
    ມຸ່ງໝັ້ນທີ່ຈະທົດລອງສິ່ງໃໝ່ ເຖິງແມ່ນວ່າຈະເກີດຂໍ້ຜິດພາດ
  2. Find hard work you love doing
    ຊອກວຽກທີ່ຍາກທີ່ເຈົ້າຮັກທີ່ຈະເຮັດມັນ ເຖິງແມ່ນວ່າຈະເກີດບັນຫາໃດໆຂຶ້ນມາກໍຕາມ
  3. Invest time, energy, and money in yourself every day
    ໃຊ້ເວລາ, ພະລັງງານ ແລະ ເງິນທອງໃຫ້ຄຸ້ມຄ່າເພື່ອທີ່ຈະພັດທະນາໂຕເອງໃນທຸກໆມື້
  4. Explore new ideas and opportunities often
    ສຳຫຼວດແນວຄິດໃໝ່ ແລະ ໂອກາດໃໝ່ຢູ່ເລື້ອຍໆ
  5. When sharpening your career skill, focus more on less
    ເມື່ອຕ້ອງການຈະພັດທະນາທັກສະຕົນເອງ ເຮົາຕ້ອງສຸມໃສ່ມັນຢ່າງເຕັມທີ່ພຽງຢ່າງໃດຢ່າງໜຶ່ງ
  6. People are not minded readers tell them what you are thinking
    ຜູ້ຄົນບໍ່ແມ່ນນັກອ່ານໃຈ ສະນັ້ນຈົ່ງບອກໃນສິ່ງທີ່ເຈົ້າກຳລັງຄິດ ຢ່າຄິດແຕ່ວ່າເຂົາຫາກຈະຮູ້ເອງ
  7. Make the sweet decision, take immediate action
    ຕັດສິນໃຈໃຫ້ຖືກຕ້ອງ ແລະ ລົງມືເຮັດທັນທີທັນໃດ
  8. Accept and embrace changes
    ເຫັນດີ ແລະ ຍອມຮັບຕໍ່ການປ່ຽນແປງທຸກໆຢ່າງ ເພາະບໍ່ມີສິ່ງໃດຈະຍືນຍົງຕະຫຼອດໄປ
  9. Don’t worry too much about what other people think about you
    ຢ່າກັງວົນເກີນໄປວ່າຄົນອື່ນເຂົາຈະຄິດແນວໃດ
  10. Always be honest with yourself and other
    ສື່ສັດ ແລະ ຈິງໃຈຕໍ່ໂຕເອງ ລວມເຖິງຄົນອື່ນນຳ
  11. Talk to lots of people in college and early in your career
    ຫາໂອກາດແລກປ່ຽນຄວາມຄິດເຫັນກັບໝູ່ໃນວິທະຍາໄລ ແລະ ເພື່ອຮ່ວມງານ
  12. Sit alone in silence for at least 10 minutes every day
    ພະຍາຍາມຫາເວລາຢູ່ກັບໂຕເອງງຽບໆ ເພື່ອທົບທວນຕົນເອງ 10 ນາທີຕໍ່ມື້. ໃຫ້ຢູ່ຄົນດຽວໂດຍບໍ່ມີຄົນ, ໂທລະສັບ, ປຶ້ມ ຫຼື ອື່ນໆອ້ອມຂ້າງເລີຍ ຢູ່ໂຕຄົນດຽວ ບໍ່ມີສິ່ງລົບກວນ
  13. Ask lots of questions
    ຖາມໃຫ້ຫຼາຍຂຶ້ນ ຟັງໃຫ້ຫຼາຍຂຶ້ນ
  14. Exploit the resources you have accessed to
    ສັນຫາປະໂຫຍດຈາກສິ່ງທີ່ຢູ່ອ້ອມຂ້າງເຮົາໃຫ້ໄດ້ ຫຼື ນຳໃຊ້ສິ່ງທີ່ຢູ່ອ້ອມຂ້າງໃຫ້ເກີດປະໂຫຍດສູງສຸດ
  15. Live below your means
    ປະຢັດມັດທະຍັດ
  16. Be respectful to all of the others and make them feel good
    ໃຫ້ກຽດທຸກໆຄົນ ແລະ ເຮັດໃຫ້ເຂົາຮູ້ສຶກດີ
  17. Excel at what you do
    ເຮັດສິ່ງທີ່ເຈົ້າເຮັດໃຫ້ດີທີ່ສຸດ
  18. Be who you were born to be
    ເປັນໃນສິ່ງທີ່ເຈົ້າເກີດມາເພື່ອຈະເປັນ

ບົດນີ້ຄັດມາຈາກ Podcast ຂອງອາຈານ ນົບພະດົນ ຈາກ Nopadol’s Stories

Leave a Reply

Your email address will not be published. Required fields are marked *